leftcenterrightdel
ຫ່າງຈາກໃຈກາງເທດສະບານເມືອງ 8-12 ກິໂລແມັດ, ບ້ານ ຕາວານ ປຽບເໝືອນຊາປາໄດ້ຫຍໍ້ແຄບເຂົ້າຂອງຊຸມປີກ່ອນນີ້. ບັນດາຫຼັງຄາເຮືອນຢູ່ສະຖານທີ່ແຫ່ງນີ້ຍັງຄົງຕົວສະພາບເດີມຂອງຊາວຊົນເຜົ່າ, ນາຂັ້ນໄດເກືອບຄືວ່າບໍ່ມີການສ້າງເຮືອນຫຼາຍຊັ້ນ, ໂຮງແຮມ...ການບໍລິການ homestay ກໍາລັງພັດທະນາ, ສາມາດຕອບສະໜອງຄວາມຕ້ອງການພັກຜ່ອນ, ຄົ້ນຫາຂອງແຂກທ່ອງທ່ຽວ. ເພື່ອນບໍ່ຕ້ອງການໄປໄກເພື່ອຊອກຮູ້ກ່ຽວກັບການດໍາລົງຊີວິດ, ຮີດຄອງປະເພນີຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ສິ່ງທີ່ເຄີຍດຶງດູດແຂກທ່ອງທ່ຽວມາທ່ຽວເຂດພູສູງແຫ່ງນີ້. ພາບ: ຕ໋ວນດ່າວ

leftcenterrightdel
ດ້ວຍບັນດາຜູ້ນິຍົມພູຜາແມ່ນໍ້າລໍາເຊທີ່ສະຫຼັບຊັບຊ້ອນຂອງອ່າວ ຮ້າລອງ, ເຊິ່ງບໍ່ຢາກໄປສະຖານທີ່ອື່ນ, ກໍ່ສາມາດໄປ ອ່າວລານຮ້າ ຢູ່ ກ໋າດບ່າ, ຫາຍຟ່ອງ. ເພື່ອນສາມາດພັກຜ່ອນຢູ່ເທດສະບານເມືອງ ກ໋າດບ່າ ເລີຍ, ຫຼືວ່າສາມາດຂີ່ບັກຈາກທ່າຕ່ວນເຈົາໄປ, ແລ້ວຈ້າງເຮືອ, ຊື້ປີ້ໄປຢ້ຽມຊົມ ອ່າວລານຮ້າ ຈາກທ່າ ກ໋າຍແບ່ວ. ໃນອ່າວທີ່ມີຊື່ສຽງແມ່ນເກາະລີງ, ບ້ານແຫວ້ານຢ໋າ... ນີ້ກໍ່ແມ່ນບ່ອນທ່ອງທ່ຽວເພື່ອພາຍເຮືອ kayak, ຕັ້ງຄ້າຍຢູ່ຫາດຊາຍທະເລທີ່ຮົກເຮື້ອ... ພາບ: ພຽວລິງ. 

leftcenterrightdel
ຕາມກ໋ອກ ແມ່ນບ່ອນເຈາະຈີ້ມໃຫ້ແຂກທ່ອງທ່ຽວມີຄວາມຄິດຢາກໄປຢ້ຽມຢາມດ້ວຍວິທີຂີ່ເຮືອມາ ນິງບິ່ງ. ເມື່ອທຽບໃສ່ກັບການເດີນທາງຄົ້ນຫາ ຈ່າງອານ, ຂີ່ເຮືອອ້ອມ ຕາມກ໋ອກ ໃນແມ່ນໍ້າໂງດົ່ງໜຶ່ງຮອບແມ່ນສັ້ນກວ່າ, ປະມານ 2 ຊົ່ວໂມງ, ເລີ່ມຈາກທ່າເຮືອ ວັນເລີມ. ທັດສະນີຍະພາບຢູ່ທີ່ນີ້ຍັງຄົງຮັກສາໄດ້ຈຸດພູມພາບພູຜາປ່າດົງແມ່ນ້ຳລຳເຊທີ່ສວຍງາມໜ້າອອນຊອນຂອງເຂດດິນແດນ ນິງບິ່ງ ແຕ່ມີຄວາມສະຫງົບງຽບກວ່າ. ແຂກທ່ອງທ່ຽວຫຼາຍຄົນໄດ້ເຂົ້າຮ່ວມຕົວຈິງ, ພິເສດແມ່ນແຂກຕ່າງປະເທດເມື່ອມາແຫ່ງນີ້ແມ່ນນິຍົມຂີ່ລົດຖີບໄປຕາມທາງເຊິ່ງສອງເບື້ອງແມ່ນທົ່ງນາຂຽວນວນ ແລະສົດໃສ. ປະຈຸບັນ, ເຂດນີ້ກໍ່ພັດທະນາເປັນ homestay ຫຼາຍແລ້ວ, ເປັນມິດກັບ ສິ່ງແວດລ້ອມ. ພາບ: Hachi8.

leftcenterrightdel
ຫ່າງຈາກ ໂຮ້ຍອານ ປະມານ 2 ກິໂລແມັດ, ຂຶ້ນກັບເມືອງດ້ຽນບ່ານ, ບ້ານ ຈຽມໄຕ ກໍ່ກໍາລັງຄ່ອຍໆສ້າງມິດໄມຕີຈາກແຂກທ່ອງທ່ຽວຍ້ອນທິວທັດບ້ານນາ, ເປັນທຳມະຊາດ, ບໍ່ໜາແໜ້ນ. ບັນດາ homestay ແມ່ນເຮັດດ້ວຍໄມ້ໄຜ່ເປັນຕົ້ນຕໍ, ມຸງໃບໄມ້ເພື່ອໃຫ້ແຂກທ່ອງທ່ຽວສາມາດເຊື່ອມຕົວເຂົ້າກັບທໍາມະຊາດແຕ່ເຄື່ອງໃຊ້ຍັງມີຄົບທຸກຢ່າງ. ແຂກສາມາດເຂົ້າຮ່ວມຕໍ່າສາດ, ໄປຂີ່ເຮືອຈັບຫາສິນໃນນໍ້າພ້ອມກັບຊາວທ້ອງຖິ່ນ, tour ຂີ່ລົດຖີບ ຫຼື ໄປຍ່າງອ້ອມບ້ານ; ເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງ, ສອນປຸງແຕ່ງອາຫານ,... ພາບ: Triemtaygardens.

leftcenterrightdel
ບາວລົກ ແມ່ນບ່ອນແຂກທ່ອງທ່ຽວສາມາດຊອກເຫັນບັນດາໂນນຕົ້ນແປກ, ຮ່ວມພູນໍ້າໝອກກຸ້ມ, ບ່ອນມີອາກາດປ່ຽນແປງຫຼາຍໃນມື້ໜຶ່ງ ຫຼື ໂນນຊາ, ສວນດອກໄມ້ຫຼາກຫຼາຍສີສັນ. ຢູ່ທີ່ນີ້, ເພື່ອນຢ່າລືມໄປຄົ້ນຫານໍ້າຕົກຕາດ Dambri ທີ່ໃຫຍ່ໂຕມະໂຫຖານ, ຫຼີ້ນບັນດາການລະຫຼີ້ນພະຈົນໄພ, ຢ້ຽມຢາມສຳນັກບວດ ບ໋າດຍ໊າ, ວັດລິງກຸຍ ຟາບເອີນ... ຕອນຄໍ່າຢູ່ທີ່ນີ້ສະຫງົບງຽບ, ໄຟແສງສີຮຸ່ງແຈ້ງໄປທົ່ວນະຄອນ, ເພື່ອນຈະມີໂອກາດຮັບຊົມນະຄອນພູພຽງເປັນສີມົວໆ. ພາບ: ຢາທິ້ງ

 

ແປໂດຍ: ກວຽດເຕີມ