ໃນຊຸມປີຜ່ານມາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໝູ່ເກາະຍາມໃດກໍ່ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ຊາວປະມົງອຸ່ນອ່ຽນໃຈອອກໄປຫາປາໄກຝັ່ງ, ປົກປ້ອງເຂດຫາປາ, ປະກອບສ່ວນຢັ້ງຢືນອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກາລະບູຊາຂອງປະເທດຊາດ.

ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບຕາແສງໝູ່ເກາະໂຖເຈົາ, ເມືອງ ຟູ໋ກວກ, ແຂວງກຽນຢາງ.

leftcenterrightdel
 ໂຖເຈົາ ແມ່ນຕາແສງໝູ່ເກາະດ່ານໜ້າຢູ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ. ພາບ: ຮົ່ງດັງ
leftcenterrightdel
 ບັນດາປະເພດສິນຄ້າ, ສະບຽງອາຫານຕົ້ນຕໍໄດ້ສົ່ງມາຈາກເຂດດິນຕໍ່ແຜ່ນ. ພາບ: ຮົ່ງດັງ
leftcenterrightdel
ຍ້ອນໄດ້ຮັບຜົນສະທ້ອນຈາກລົມມໍລະສຸມ, ປະຊາຊົນຢູ່ໝູ່ເກາະກໍ່ຍົກຍ້າຍໄປຕາມ. ແຕ່ເດືອນ 9 ຫາເດືອນ 4 (ໄລ່ຕາມຈັນທະປະຕິທິນ), ໄດ້ເຕົ້າໂຮມກັນດໍາລົງຊີວິດຢູ່ບ້ານ ບ໋າຍຫງື້; ແຕ່ເດືອນ  5 ຫາເດືອນ 8 (ໄລ່ຕາມຈັນທະປະຕິທິນ) ແມ່ນຍົກຍ້າຍມາດໍາລົງຊີວິດຢູ່ບ້ານບ໋າຍຢອງ. ພາບ: ຮົ່ງດັງ
leftcenterrightdel
ອາຊີບຕົ້ນຕໍຂອງປະຊາຊົນຢູ່ໝູ່ເກາະແມ່ນຫາປາ, ປູກລ້ຽງ, ປຸງແຕ່ງສິນທະເລຂັ້ນຕົ້ນ. ພາບ: ຮົ່ງດັງ
leftcenterrightdel
 ຊາວປະມົງພັກຜ່ອນຢູ່ເກາະເພື່ອກະກຽມໃຫ້ການໄປຫາປາຕໍ່ໄປ. ພາບ: ຮົ່ງດັງ
leftcenterrightdel
 
leftcenterrightdel
           ບັນດາເຈົ້າຂອງໃນອະນາຄົດຂອງຕາແສງໝູ່ເກາະ ໂຖເຈົາ. ພາບ: ຮົ່ງດັງ
leftcenterrightdel
        ປະຊາຊົນຢູ່ໝູ່ເກາະຍາມໃດກໍ່ເປັນມິດສະໜິດສະໜົມ ແລະຮັກແພງແຂກ. ພາບ: ຮົ່ງດັງ

ແປໂດຍ: ຫງວຽນກຸກ