ວັດ Buol Pres Phek ຫາກໍ່ໄດ້ຄະນະກໍາມະການປະຊາຊົນແຂວງ ຊ໋ອກຈັງ ຮັບຮອງເປັນມໍລະດົກວັດທະນະທໍາ - ປະຫວັດສາດຂັ້ນແຂວງ.

ວັດ Buol Pres Phek ໄດ້ກໍ່ສ້າງໃນເນື້ອທີ່ ກວ້າງ 6,5 ເຮັກຕາ, ຢູ່ບ້ານ ເຟື໋ອກທ້ວນ, ຕາແສງ ຟູ໋ເຕີນ, ເມືອງ ເຈົາແທ່ງ. ສະຖາປັດຕະຍະກໍາໂດຍລວມຂອງວັດເຊິ່ງລວມມີບັນດາກິດຈະກໍາ: ອາຮາມ, ເຕົາເຜົາສົບ,  ທາດໃສ່ກະດູກຜູ້ລ່ວງລັບໄປແລ້ວ, ກຸດຕິຂອງບັນດາພະພິກຂຸ, ເຮືອນຮັບແຂກ... ເມື່ອເວົ້າເຖິງວັດ Buol Pres Phek ນີ້, ເຂົາເຈົ້າຈະຄິດເຖິງຕຳນານກ່ຽວກັບຮູບປັ້ນພະພຸດທະເຈົ້າທີ່ມີສີ່ໜ້າອ່ວາຍໄປສີ່ທິດ, ແຕ່ລະທິດມີພະພຸດທະເຈົ້າ 5 ອົງເຊິ່ງປະຊາຊົນຂະແມ ຊອກເຫັນໃນວິວັດການບຸກເບີກຖາກຖາງທີ່ດິນຮົກເຮື້ອ. ຖືນີ້ແມ່ນລາງດີສະນັ້ນປະຊາຊົນຈຶ່ງໄດ້ກໍ່ສ້າງວັດ, ແຫ່ຮູບປັ້ນພະພຸດທະເຈົ້າເຂົ້າໄຫວ້ບູຊາໃນ ປີ 1537.

ອາຮາມວັດ Buol Pres Phek ມີເນື້ອທີ່  225 ຕາແມັດ. ສາມາດບັນຈຸຮູບປັ້ນພະພຸດທະເຈົ້າໄດ້ປະມານ 40 ອົງ. ຢູ່ໃຈກາງຖານແມ່ນພະພຸດທະເຈົ້າ ທິ໋ກກາເມົານີ  ສູງ 2 ແມັດ, ນັ່ງສະມາທິຢູ່ຖານສູງ 3 ແມັດ, ໄດ້ຮັບການຕົບແຕ່ງລວດລາຍຮູບກີບດອກບົວ. ພິເສດ, ຕໍ່ໜ້າຮ້ານບູຊາພະພຸດທະເຈົ້າ ທິ໋ກກາເມົານີ ແມ່ນຮູບປັ້ນພະພຸດທະເຈົ້າເກົ່າແກ່ 5 ໜ້າດ້ວຍຫີນເຈັດສີມີ 5 ຊັ້ນ, ດ້ວຍລວງສູງກວ່າ 1 ແມັດ.

leftcenterrightdel
ອາຮາມ - ສະຖານທີ່ຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອຫຼາຍຮ້ອຍປີຂອງວັດ. ພາບ: ແທງນາມ

ຕາມການເວລາ, ວັດ Buol Pres Phek ໄດ້ຮັບການບູລະນະປະຕິສັງຂອນ  ແລະກໍ່ສ້າງກິດຈະກຳ, ລາຍການໃໝ່ຈໍານວນໜຶ່ງຕື່ມອີກ. ພິເສດທີ່ສຸດແມ່ນໜອງ ແມັກຈາລິງ ໄດ້ກໍ່ສ້າງໃນປີ 2016 ດ້ວຍມູນຄ່າກໍ່ສ້າງທັງໝົດແມ່ນ ກວ່າ 2,4 ຕື້ດົ່ງ. ຢູ່ໃຈກອງໜອງແມ່ນທາດສູງ ກວ່າ 20 ແມັດ, ໃນນັ້ນມີຮູບປັ້ນພະພຸດທະເຈົ້າ ທິ໋ກກາເມົານີ ນັ່ງຢູ່ເທິງໂຕງູໃຫຍ່ທີ່ມີ 7 ຫົວ, ຢູ່ອ້ອມຂ້າງໜອງມີລວດລາຍຂອງຮູບປັ້ນທີ່ມີສີ່ໜ້າອ່ວາຍໄປ 4 ທິດ ແລະຮູບປັ້ນສັດ 12 ລາສີ. ສັດ 12 ໂຕ ແມ່ນເປັນສັນຍາລັກ 12 ລາສີໃຫ້ແກ່ຊົນເຜົ່າຂະແມ  ມີສັດ 10 ໂຕແມ່ນຄ້າຍຄືກັນກັບຂອງຊົນເຜົ່າກິງ, ສະເພາະໂຕແມວ, ໂຕຄວາຍຂອງຊາວເຜົ່າກິງ ໄດ້ປ່ຽນແທນດ້ວຍໂຕກະຕ່າຍ, ໂຕງົວຂອງຊາວຂະແມ .

ວັດ Buol Pres Phek ແມ່ນສະຖານທີ່ທີ່ຈັບອົກຈັບໃຈເພາະວ່າໄດ້ຕິດພັນກັບນ້ຳສ້າງ ຕຽນໜື້ ເຊິ່ງໄດ້ສືບທອດກັນມາໃນໝູ່ຊົນທັງຫຼາຍ, ມີຄວາມໝາຍກ່ຽວກັບການສຶກສາຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງໃນການອອກແຮງງານ (ຫ່າງຈາກວັດປະມານ 100 ແມັດ). ຜ່ານຫຼາຍຮ້ອຍປີ, ປະຈຸບັນ, ນ້ຳສ້າງ ຕຽນໜື້ ຍັງເຫຼືອພຽງແຕ່ຮ່ອງຮອຍເປັນດິນຫຼຸບລົງດ້ວຍເນື້ອທີ່ຫຼາຍພັນຕາແມັດເທົ່ານັ້ນ. ດ້ວຍການອະນຸມັດຜ່ານໂຄງການເຂດວັດທະນະທໍາຄວາມເຊື່ອຖືນ້ຳສ້າງ ຕຽນໜື້, ແຂກທ່ອງທ່ຽວມາສະຖານທີ່ແຫ່ງນີ້ຈະໄດ້ຮັບຊົມບັນດາລາຍການສະແດງສິລະປະດົນຕີ 5 ສຽງຂອງຄະນະສິລະປະມະຫາຊົນ Ron Ron, ສະແດງໃຫ້ເຫັນບັນດາຄຸນຄ່າດ້ານວັດທະນະທໍາທີ່ເປັນມູນເຊື້ອຂອງປະຊາຊົນຂະແມ

ທ່ານ Thach Bonl ເຈົ້າອະທິການວັດ Buol Pres Phek ໃຫ້ຮູ້ວ່າ: “ດ້ວຍປະຫວັດສາດອັນຍາວນານ ແລະໄດ້ຮັບການຈັດອັນດັບແມ່ນມໍລະດົກວັດທະນະທໍາ - ປະຫວັດສາດຂັ້ນແຂວງ, ພວກຂ້າພະເຈົ້າຈະມານະພະຍາຍາມຮັກສາ ແລະເສີມຂະຫຍາຍເພື່ອໃຫ້ວັດ Buol Pres Phek ແມ່ນສະຖານທີ່ທີ່ສຶກສາວັດທະນະທໍາ, ເປັນບ່ອນຮຽນໜັງສື, ຮຽນຫຼັກສິນທຳແຫ່ງຄວາມເປັນມະນຸດ”.

 

ແປໂດຍ: ຮວ່ຽນຈາງ