ທ່ານ ຫຼໍ່ກ໋ວກຕິ໋ນ, ເລຂາໜ່ວຍພັກທັງເປັນນາຍບ້ານໆປ້ອງ ໃຫ້ຮູ້ວ່າ: “ນໍ້າແກ່ງຄັ້ງນີ້ໄດ້ທໍາລາຍບ້ານເກືອບໝົດ, ກະແສນໍ້າໄຫຼແຮງໄດ້ທໍາລາຍເຮືອນຂອງພໍ່ແມ່ປະຊາຊົນໃນບ້ານ 65/89 ຫຼັງ... ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມຢູ່ທີ່ນີ້ຍັງໃຊ້ເວລາດົນ ແລະຕ້ອງອີງໃສ່ເຄື່ອງຈັກ, ກໍາລັງແຮງຂອງຄົນແມ່ນບໍ່ສາມາດເຮັດໄດ້”.

leftcenterrightdel
ພະນັກງານ, ນັກຮົບປ້ອມທະຫານຊາຍແດນ ຕາມຈູງ ໜູນຊ່ວຍປະຊາຊົນບ້ານປ້ອງ ຍົກຍ້າຍເມື່ອຖືກນ້ຳແກ່ງໄຫຼຊຸຂົມຂູ່. ພາບ: ປ້ອມທະຫານຊາຍແດນ.

ເຖິງຢ່າງໃດກໍ່ຕາມ, ນໍ້າແກ່ງໄຫຼຊຸໄດ້ຜ່ານພົ້ນໄປແຕ່ວ່າຊີວິດຂອງປະຊາຊົນຍັງຖືກຂົມຂູ່ເມື່ອຝົນຕົກໜັກສືບຕໍ່ແກ່ຍາວ, ດິນເຊາະເຈືື່ອນເປັນວົງກວ້າງ, ຍິ່ງໄປກວ່ານັ້ນການກໍານົດເລື່ອງແກ້ໄຂຜົນຮ້າຍຍັງຈະແກ່ຍາວໄປຕື່ມອີກ. ຕໍ່ໜ້າສະພາບການນັ້ນ, ປ້ອມທະຫານຊາຍແດນ ຕາມຈູງ ໄດ້ຕັດສິນໃຈລະດົມພະນັກງານ, ນັກຮົບໝົດທຸກຄົນໄດ້ເນັ່ງເຊືອກຂ້າມຫ້ວຍ, ຍົກຍ້າຍປະຊາຊົນທັງໝົດອອກຈາກບ້ານໄປອາໄສຢູ່ຄ້າຍຂອງກົມກອງ ແລະບັນດາເຂດທີ່ປອດໄພ. ທະຫານຊາຍແດນ ແລະຊາວໜຸ່ມໃນບ້ານໄດ້ສຸມໃສ່ກໍາລັງແຮງໃຫ້ບຸລິມະສິດນໍາບັນດາຜູ້ເຖົ້້າ, ເດັກນ້ອຍ, ຄົນເຈັບຂ້າມກະແສນໍ້າໄປກ່ອນ.

ທ່ານພັນເອກ ເຈິ່ນດິ່ງຮວ່າ, ຫົວໜ້າການເມືອງປ້ອມທະຫານຊາຍແດນ ຕາມຈູງ, ທະຫານຊາຍແດນແຂວງແທງຮວ໋າ ໃຫ້ຮູ້ວ່າ. “ເຫດການດັ່ງກ່າວໄດ້ດໍາເນີນໄປຢ່າງໄວວາ, ໃນຂະນະທີ່ການຕິດຕໍ່ສື່ສານ, ການຄົມມະນາຄົມຖືກຕັດຂາດ, ພວກຂ້າພະເຈົ້າພຽງແຕ່ລະດົມພົນທະຫານໃຫ້ຫຼາຍທີ່ສຸດ, ຈັດຕັ້ງການຍົກຍ້າຍປະຊາຊົນ. ພະນັກງານ, ນັກຮົບຫຼາຍຄົນມີຄວາມກ້າຫານຕັດກະແສນໍ້າແກ່ງໄຫຼແຮງນັ້ນ ເພື່ອກອບກູ້ເອົາປະຊາຊົນ. ປະຈຸບັນທັງໝົດ 418 ຄອບຄົວໃນບ້ານປ້ອງ ພວມອາໄສຢູ່ 3 ສະຖານທີ່ຕ່າງກັນ. ໃນນັ້ນ, ປ້ອມທະຫານຊາຍແດນ ຕາມຈູງ ພວມຈັດສັນບ່ອນຢູ່ບ່ອນກິນໃຫ້ປະຊາຊົນ 100 ຄົນ, ເປັນຕົ້ນແມ່ນຜູ້ເຖົ້າ, ເດັກນ້ອຍ, ຄົນເຈັບທີ່ບໍ່ສາມາດໄປໄກໄດ້. ວຽກງານແກ້ໄຂ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບ້ານປ້ອງກັບຄືນສູ່ສະພາບເດີມຈະຕ້ອງໃຊ້ເວລາດົນ”.

 

ໂດຍ: ເກື່ອງດັ້ງ