ໃນລາຍການໄດ້ດໍາເນີນການພົບປະລະຫວ່າງບັນດານັກຮຽນມັດຖະຍົມຕອນປາຍກັບບັນດາໂຮງຮຽນວິຊາອາຊີບດ້ານແຕ່ງກິນ ແລະໂຮງແຮມ ຝະລັ່ງ ເພື່ອແນໃສ່ຊ່ວຍບັນດາໄວໜຸ່ມຫວຽດນາມ ຄ້ົນຫາບັນດາວິຊາອາຊີບນີ້. ນັກຮຽນໄດ້ຊອກຮູ້ລາຍການຮ່ວມສໍາພັນກັບບັນດາໂຮງຮຽນມະຫາວິທະຍາໄລຂອງຝະລັ່ງ ແລະຫວຽດນາມ ໃນການບໍາລຸງສ້າງຂະແໜງບໍລິຫານພັດຕະຄານ ແລະບໍລິການກິນສາກົນ.

leftcenterrightdel
ບັນດານັກຮຽນຢ້ຽມຊົມ, ຊອກຮູ້ບັນດາເຍື່ອງອາຫານແບບຝະລັ່ງ. ພາບ: ຮົ່ງຢາງ.

ເຫດການອາຫານການກິນສາກົນ “Goût de France” ໂດຍກະຊວງ ເອີຣົບ ແລະການຕ່າງປະເທດ ຝະລັ່ງ ສົມທົບກັບບັນດາສະຖານທູດ ແລະກົງສຸນໃຫຍ່ ຝະລັ່ງ ປະຈໍາ ຕ່າງປະເທດຈັດຕັ້ງໃນວັນທີ 21 ມີນາ. ເຫດການດຶງດູດ 3.000 ພັດຕະຄານ  ຢູ່ 150 ປະເທດເຂົ້າຮ່ວມ, ເຊິ່ງຈະຮັບໃຊ້ຄາບເຂົ້າແບບຝະລັ່ງ. ຢູ່ຫວຽດນາມ, ມີພັດຕະຄານແບບຝະລັ່ງ ກວ່າ 40 ແຫ່ງເຂົ້າຮ່ວມເຫດການ, ສະເພາະພາກໃຕ້ມີພັດຕະຄານກວ່າ 20 ແຫ່ງເຂົ້າຮ່ວມ.

 

ແປໂດຍ: ຫງວຽນກຸກ