ຕາມຄະນະການຈັດຕັ້ງ, ພາຍຫຼັງການດໍາເນີນເປັນເວລາເກືອບໜຶ່ງອາທິດ, ງານບຸນ ກາເຟ ບວນມາທວດ ຄັ້ງທີ 6 ແລະງານມະໂຫລານວັດທະນາທຳຄ້ອງ ໄຕງວຽນ ປີ 2017 ມີ 16 ເນື້ອໃນການເຄື່ອນໄຫວທີ່ອຸດົມສົມບູນ, ມີຫຼາຍຮູບຫຼາຍແບບ, ຫຼາຍສີສັນ, ໂດຍສຸມໃສ່ການໂຄສະນາ, ການສົ່ງເສີມການຄ້າ, ຍົກສູງມູນຄ່າຂອງເຄື່ອງໝາຍການຄ້າ ບວນມາທວດ ເວົ້າສະເພາະ ແລະກາເຟ ຫວຽດນາມ ເວົ້າລວມ.

leftcenterrightdel
ລາຍການສະແດງສິລະປະເອກະລັກສະເພາະດ້ວຍຫົວຂໍ້ “ບວນມາທວດ ນັດ ພົບກັນໃໝ່” ຢູ່ພິທີອັດງານ. ພາບ: vov.vn

ງານບຸນຄັ້ງນີ້ດຶງດູດແຂກທ່ອງທ່ຽວເຂົ້າຮ່ວມປະມານ 25.000 ເທື່ອຄົນ. ໃນນັ້ນ, ແຂກທ່ອງທ່ຽວສາກົນມີ 3.000 ຄົນ. ງານມະໂຫລານວັດທະນາທຳຄ້ອງ ໄຕງວຽນ ດ້ວຍ 6 ການເຄື່ອນໄຫວຕົ້ນຕໍ, ໄດ້ດຶງດູດນັກສິລະປະ, ນັກສິລະປິນທັງຢູ່ພາຍໃນ ແລະຕ່າງປະເທດເຂົ້າຮ່ວມເກືອບ 600 ຄົນ, ນໍາມາເຊິ່ງຜະລິດຕະພັນສິລະປະຫຼາຍຢ່າງມີຄຸນຄ່າສູງກ່ຽວກັບວັດທະນະທໍາ, ປະກອບສ່ວນຍົກສູງຄວາມຮັບຮູ້ກ່ຽວກັບການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າວັດທະນາທໍາຄ້ອງ ໄຕງວຽນ.

leftcenterrightdel
ຄະນະການຈັດຕັ້ງພິທີມອບໃບຍ້ອງຍໍໃຫ້ແກ່ບັນດາຫົວໜ່ວຍໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດຂອງງານບຸນ. ພາບ: vov.vn

ແປໂດຍ: ເກື່ອງດັ້ງ