ຊາວບ້ານ ແມກຈ່າງ ມີຄວາມເອກອ້າງທະນົງໃຈເພາະແຫຼ່ງກໍາເນີດເຂົ້າປຸ້ນຂອງບ້ານຕົນໄດ້ຕິດພັນກັບເລື່ອງລາວແຫ່ງຄວາມຮັກຂອງນາງ ໝິເຈົາ ແລະ ທ້າວ ຈ້ອງຖຸຍ. ເລື່ອງລາວເລົ່າສືບທອດກັນມາວ່າ, ໃນງານລ້ຽງກະກຽມໃຫ້ແກ່ພິທີເອື້ອມຂໍສາມີໃຫ້ເຈົ້າຟ້າຍິງ ໝິ້ເຈົາ, ຜູ້ປຸງແຕ່ງເຂົ້າໜົມແປ້ງມັນຍ້ອນຄວາມບໍ່ລະມັດລະວັງຈຶ່ງໄດ້ຖອກແປ້ງໃສ່ກະຕ່າທີ່ກໍາລັງແຊ່ໃນໝໍ້ນໍ້າຟົດ. ລາວຟ້າວຍົກກະຕ່ານັ້ນຂຶ້ນແຕ່ແປ້ງ ໄດ້ໂຮມເຂົ້າກັນກາຍເປັນບັນດາເສັ້ນຍາວ . ລາວບໍ່ຢາກປະຖິ້ມ, ຈຶ່ງນຳເອົາເສັ້ນແປ້ງມັນນັ້ນມາປົນກັບຜັກເກິ່ນ ເພື່ອປຸງແຕ່ງເປັນເຍື່ອງອາຫານກິນຮອງທ້ອງ . ບໍ່ຄິດເລີຍວ່າເຍື່ອງອາຫານນັ້ນພັດໄດ້ຮັບການຍ້ອງຍໍຈາກເຈົ້າຊີວິດ ອານເຢືອງເວືອງ ແລະ ໄດ້ກາຍເປັນ ເຍື່ອງອາຫານພິເສດໃນງານລ້ຽງຕ້ອນຮັບແຂກໃນພະລາຊະວັງ.

leftcenterrightdel
ເຂົ້າປຸ້ນ ແມກຈ່າງ - ເຍື່ອງອາຫານຖວາຍເຈົ້າຊີວິດ. ພາບ: ວັນຕ໋ວນ

ນັບແຕ່ນັ້ນມາ, ໃນບັນດາໂອກາດງານບຸນວິຫານໂກ໋ລວາ, ເຂົ້າປຸ້ນຖືກຈັດເປັນເຍື່ອງອາຫານຕົ້ນຕໍ. ເມື່ອຮອດວັນທີ 13 ເດືອນ 8 ຂອງທຸກໆປີ ໄລ່ຕາມຈັນທະປະຕິທິນ (ຕາມເລື່ອງສືບທອດກັນມາວ່າເປັນວັນເອື້ອມຂໍສາມີໃຫ້ເຈົ້າຟ້າຍິງ) ຫຼືໃນວັນທີ 6 ເດືອນຈຽງ (ເປັນວັນທີ່ເຈົ້າຊີວິດ ໄຂງານບຸນລ້ຽງພົນທະຫານ), ຊາວບ້ານພັດປຸງແຕ່ງເຍື່ອງເຂົ້າປຸ້ນຂົ້ວໃສ່ຜັກເກິ່ນ.

ທ່ານ ຫງວຽນກ໋ວກບ໋າວ ຜູ້ມີປະສົບການໃນການເຮັດເຂົ້າປຸ້ນມາເປັນເວລາກວ່າ 30 ກວ່າປີ ຍັງຈື່ບໍ່ລື່ມໃນສະໄໝທີ່ບັນດາໝູ່ບ້ານອ້ອມຂ້າງເອົາເຂົ້າສານມາບ້ານ ແມກຈ່າງ ເພື່ອຈ້າງເຮັດເຂົ້າປຸ້ນ. ປະຈຸບັນ, ໃນຂະນະທີ່ຜູ້ເຮັດເຂົ້າປຸ້ນບາງຄົນຢູ່ບ່ອນອື່ນໄດ້ແລ່ນໄປຕາມກໍາໄລ, ເຮັດເຂົ້າປຸ້ນມີຄຸນນະພາບຕົກຕໍ່ານັ້ນບັນດາຊ່າງເຮັດເຂົ້າປຸ້ນຢູ່ບ້ານແມກຈ່າງ ຍັງພວມພະຍາຍາມເພື່ອຮັກສາສີສັນ ແລະລົດຊາດຂອງເຂົ້າປຸ້ນທີ່ເປັນມູນເຊື້ອໄວ້ຢູ່.

ອ້າຍ ກວິ່ງ ໄດ້ພາພວກຂ້າພະເຈົ້າ ໄປພົບກັບຊ່າງເຮັດເຂົ້າປຸ້ນ ຫງວຽນທິລາງ . ປີນີ້ເພິ່ນມີອາຍຸກວ່າ 80 ປີ ແລ້ວ ແຕ່ຍັງແຂງແຮງດີຢູ່, ຜິວໜັງຂອງເພິ່ນຍັງແດງອົ່ງຕົ່ງ, ໃບໜ້າຍິ້ມແຍ້ມແຈ່ມໃສ. ເພິ່ນລົມກັບພວກຂ້າພະເຈົ້າຢ່າງເປີດອົກເປີດໃຈ ແລະມວ່ນຊື່ນ. ເພິ່ນໃຫ້ຮູ້ວ່າ: "ແຕ່ກ່ອນຢູ່ບ້ານແມກຈ່າງມີ 500 ກວ່າຄອບຄົວທີ່ເຮັດເຂົ້າປຸ້ນ. ຕັ້ງແຕ່ຕອນແມ່ເຖົ້າຍັງຢູ່ໃນທ້ອງແມ່, ພໍ່ເຖົ້າ, ແມ່ເຖົ້າ, ພໍ່ແມ່ໄດ້ເຮັດເຂົ້າປຸ້ນແລ້ວ. ເຂົ້າທີ່ຕຳດ້ວຍຄົກແລ້ວຈຶ່ງເອົາໄປແຊ່, ບົ່ມໄວ້. ສະໄໝນັ້ນຫຍຸ້ງຍາກລໍາບາກຫຼາຍ ແລະຈໍານວນກໍ່ບໍ່ໄດ້ຫຼາຍ, ເຂົ້າຕ້ອງເລືອກເອົາຈາກລະດູເກັບກ່ຽວກ່ອນພຸ້ນເພື່ອໃຫ້ເຂົ້າຫຼຸດຜ່ອນຢາງລົງ ຈຶ່ງປຸງແຕ່ງໄດ້ງ່າຍ. ຖ້າເຂົ້າມີແປ້ງຫຼາຍ, ເມັດກົມເຮັດເຂົ້າປຸ້ນແຊບກວ່າ. ຖ້າເຂົ້າມີກິ່ນຫອມແນວໃດເຂົ້າປຸ້ນກໍ່ຈະມີກິ່ນຫອມຄືແນວນັ້ນ. ຂ້າພະເຈົ້າຍັງຈື່ບໍ່ລື່ມຮູບພາບເສັ້ນເຂົ້າປຸ້ນມີສີຂາວຄືງາຊ້າງແຕ່ບັນຈຸຄວາມໃນໃຈຂອງຜູ້ເຮັດເຂົ້າປຸ້ນຢູ່ທີ່ນີ້ບໍ່ຈັກວ່າເທົ່າໃດ. ປະຈຸບັນ, ເບິ່ງລູກຫຼານໃນບ້ານບໍ່ມີໃຜສືບທອດອາຊີບຂອງພໍ່ເຖົ້າປະໄວ້ໃຫ້, ຂ້າພະເຈົ້າຮູ້ສຶກເສຍໃຈຫຼາຍ. ແຕ່ເຮັດແນວໃດໄດ້, ແຕ່ລະຍຸກແຕ່ລະສະໄໝມັນບໍ່ຄືກັນ, ຂ້າພະເຈົ້າພຽງແຕ່ຫວັງວ່າການນໍາຂັ້ນຕ່າງໆ, ອໍານາດການປົກຄອງທ້ອງຖິ່ນຈະຊ່ວຍເຫຼືອຊາວບ້ານ ແມກຈ່າງ ຮັກສາອາຊີບທີ່ປູຍ່າຕາຍາຍປະໄວ້ໃຫ້ຢູ່ຄູ່ກັບປະຊາຊົນແຫ່ງນີ້ຕະຫຼອດໄປ ແມ່ນຂ້າພະເຈົ້າອຸ່ນອ່ຽນໃຈແລ້ວ”.

ແປໂດຍ: ຮວ່າງເຈື່ອງ