ປົກກະຕິເຂົ້າໜົມດຸກໄດ້ວາງຂາຍຢູ່ເທິງບັນດາກະບຽນໄມ້ໄຜ່, ທາງລຸ່ມຮອງດ້ວຍໃບຕອງສົດ. ເມື່ອແຂກມາຊື້, ເຈົ້າຂອງຮ້ານຈະໃຊ້ມີດຕັດເປັນແຕ່ລະຕ່ອນແລ້ວເອົາໃບຕອງຫໍ່ໃຫ້ແຂກ. ຫຼາຍຄົນໄປຕະຫຼາດພາຍຫຼັງຊື້ເຄື່ອງຂອງແລ້ວກໍ່ລ້ວນແຕ່ແວ່ຊື້ເຂົ້າໜົມດຸກເອົາກັບເມືອບ້ານເປັນຂອງຕ້ອນໃຫ້ຜູ້ເຖົ້າຜູ້ແກ່ ແລະເດັກນ້ອຍຢູ່ເຮືອນ.

leftcenterrightdel
ເຂົ້າໜົມດຸກໃສ່ໝາກຖົ່ວດິນ. ພາບ: vietnamnet.vn

ເຂົ້າໜົມດຸກແມ່ນຂອງຕ້ອນບໍ່ພຽງແຕ່ ມີລາຄາຖືກເທົ່ານັ້ນ, ຫາກຍັງມີລົດຊາດແຊບນົວ, ກິນງ່າຍອີກດ້ວຍ, ພຽງແຕ່ຈໍ້າ ກິນກັບນໍ້າແຈ່ວທີ່ເຂັ້ມຂຸ້ນເທົ່ານັ້ນ, ຖ້າເຮົາເອົາໄປຕັດເປັນຕ່ອນນ້ອຍ ໃສ່ກັບແກງປູສົ້ມກໍ່ແຊບຄືກັນ, ໄດ້ກິນເທື່ອໜຶ່ງແລ້ວກໍ່ຈະຄິດຮອດໄປຕະຫຼອດ. ວິທີເຮັດເຂົ້າໜົມດຸກ ແມ່ນງ່າຍດາຍທີ່ສຸດແຕ່ລະດັບຄວາມແຊບທີ່ໄດ້ມາດຕະຖານນັ້ນ ແມ່ນຂຶ້ນກັບການໃສ່ເຄື່ອງປຸງ, ການຊີມຂອງຜູ້ປຸງແຕ່ງວ່າມີສີມືຄ່ອງແຄ້ວຫຼືບໍ່. ແມ່ແລະແມ່ຍ່າຂອງ ຂ້າພະເຈົ້າ ເຮັດເຂົ້າໜົມດຸກຄ່ອງແຄ່ວທີ່ສຸດແຕ່ຍ້ອນຄ້າງຄາກັບວຽກໄຮ່ການນາ ສະນັ້ນຈຶ່ງບໍ່ມີເວລາເຮັດເຂົ້າໜົມນີ້ອີກ.

leftcenterrightdel
ເຂົ້າໜົມດຸກ ຈໍ້ານໍ້າເຕົ້າຈ້ຽວ. ພາບ: vietnamnet.vn

ຕາມປົກກະຕິແລ້ວ ແມ່ມັກຊື້ເຂົ້າໜົມດຸກຢູ່ຕະຫຼາດເຂດບ້ານນາ, ດ້ວຍ 2 ປະເພດຄື: ໃສ່ໝາກຖົ່ວດິນ ແລະບໍ່ໃສ່ຖົ່ວດິນ. ເຖິງຢ່າງໃດກໍ່ຕາມ, ຂັ້ນຕອນການປຸງແຕ່ງລວມ ແມ່ນເຂົ້າຈ້າວບົດ ໃຫ້ແຫຼກ, ເອົາໃສ່ໝໍ້,ປົນກັບນໍ້າ, ຄົນໃຫ້ສະເໜີ; ເອົານໍ້າປູນໃສ່ຕື່ມເລັກນ້ອຍເພື່ອໃຫ້ມັນແຂງກ້າມ, ນຸ້ມ. ແປ້ງນົວ, ນໍ້າປາ, ເກືອກໍ່ເຮັດໃຫ້ເຂົ້າໜົມດຸກຄົບ ລົດຊາດຕື່ມອີກ.

ອອກຈາກບ້ານມາເປັນເວລາດົນນານແລ້ວ, ບາງຄັ້ງບາງຄາວຍັງໄປຊື້ເຂົ້າໜົມດຸກຢູ່ຮ້ານຊັບພະສິນຄ້າມາກິນ, ແຕ່ຂ້າພະເຈົ້າຍັງຮູ້ສຶກວ່າກິນບໍ່ແຊບ ແລະລົດຊາດກໍ່ບໍ່ຄົບຄືກັນກັບເຂົ້າໜົມດຸກທີ່ຂາຍຢູ່ຕະຫຼາດເຂດບ້ານນາໃນຊຸມວັນຄາວຍັງນ້ອຍ. ບາງເທື່ອ, ຂ້າພະເຈົ້າຍັງຄິດຢາກໄດ້ກິນເຂົ້າໜົມດຸກທີ່ຂາຍຢູ່ຕະຫຼາດເຂດບ້ານນາອີກເທື່ອໜຶ່ງ.

ແປໂດຍ: ຮວ່າງເຈື່ອງ