leftcenterrightdel
ບັນດາຜູ້ແທນດຳເນີນພິທີການລົງມືກໍ່ສ້າງສະໜາມແຂ່ງຂັນລົດ ຟໍມູລ້າວັນ F1. ພາບ: qdnd.vn.

ສະໜາມແຂ່ງຂັນລົດ ຟໍມູລ້າວັນ F1 ຮ່າໂນ້ຍ ແລະກິດຈະກຳຍ່ອຍຕ່າງໆມີເນື້ອທີ່ 88 ແຮັກຕາ, ທີ່ຂຶ້ນກັບເຂດກິລາປະສົມໝີດິ່ງ ແລະສ່ວນໜຶ່ງແມ່ນບົນເສັ້ນທາງຄົມມະນາຄົມໃນປະຈຸບັນ. ສະໜາມແຂ່ງຂັນລົດ ຟໍມູລ້າວັນ F1 ມີລວງຍາວ 5,565 ກິໂລແມັດ ໂດຍກຸ່ມບໍລິສັດ F1 ແລະບໍລິສັດ Tilke (ເຢຍລະມັນ) ທີ່ປຶກສາອອກແບບ. ຫວັງວ່າສະໜາມແຂ່ງຂັນລົດ ຟໍມູລ້າວັນ F1 ຮ່າໂນ້ຍ ຈະຮັບປະກັນບັນດາມາດຖານດ້ານເຕັກນິກຢ່າງເຂັ້ມງວດທີ່ສຸດຖືກຕາມມາດຕະຖານຂອງສະຫະພັນລົດກິລາໂລກ (FIA). ບັນດາກິດຈະກຳຍ່ອຍຂອງສະໜາມແຂ່ງຂັນລົດ ຟໍມູລ້າວັນ F1 ຮ່າໂນ້ຍ ຈະກໍ່ສ້າງສໍາເລັດໃນເດືອນມີນາ ປີ 2020.

ໂດຍ: ຈາງຫງວຽນ