ເຖິງວ່າໄດ້ຮັບຄວາມຫວັງກໍ່ຕາມ, ແຕ່ກອງກາງ ເກ໊ງັອກຫາຍ ແລະທີມ Viettel ລ້ວນແຕ່ກໍ່ຄວາມເສຍຫວັງໃຫ້ແກ່ຜູ້ຊົມ. ກອງກາງ ເກ໊ງັອກຫາຍ ແມ່ນນັກເຕະທຳອິດທີ່ຖືກປົດສິດແຂ່ງຂັນຢູ່ V.League 2019 ຍ້ອນຮັບໃບແດງພາໃຫ້ທີມ Viettel ຖືກຮັບລູກເສຍທີ 2 ໃນການຍິງຈຸດໂທດ.

leftcenterrightdel
ກອງກາງ ເກ໊ງັອກຫາຍ (ເສື້ອເລກທີ 3) ຮັບໃບແດງຢູ່ຮອບທີ 1 V.League 2019.  ພາບ: bongdaso.com.

ຖືກຍິງເຂົ້າ 2 ປະຕູ ແລະຂາດນັກເຕະຈາກນາທີ 39, Viettel  ບໍ່ສາມາດເອົາຄະແນນໃນສະໜາມກິລາ ຮວ່າຊວນ ໄດ້ ແລະຜົນສຸດທ້າຍ ທີມ Viettel ເສຍຕໍ່ທີມ SHB ດ່ານັ້ງ  1 – 3 ປະຕູ.

ໃນວັນດຽວກັນ, ທີ່ການແຂ່ງຂັນ 2 ນັດກ່ອນໜ້ານັ້ນ. ທີມການຢານາມຮ່າ ນາມດິ້ງ ຊະນະ ທີມໄຊງ່ອນ FC 3 - 1 ປະຕູ, ໃນຂະນະນັ້ນທີມ ນະຄອນໂຮ່ຈິມິນ ຊະນະຫວຸດຫວິດທີມ ຫາຍຟ່ອງ 1 - 0 ປະຕູ.

leftcenterrightdel
ທີມການຢາຮ່ານາມນາມດິ້ງ ຊະນະ ທີມສະໂມສອນ ໄຊງ່ອນ ດ້ວຍ 3 -1 ປະຕູ. ພາບ: VPF

ສະນັ້ນ, ພາຍຫຼັງຮອບທີ 1 V.League 2019, ຮ່າໂນ້ຍ FC ຢືນອັນດັບທີ 1 ໃນຕາລະລາງການແຂ່ງຂັນ ດ້ວຍການຊະນະຢ່າງປະທັບໃຈຕໍ່ທີມທານກວ໋າງນິງ 5 - 0 ປະຕູ; ທີມຮວ່າງແອງຢາລາຍ ຢືນອັນດັບທີ 2 ດ້ວຍການຊະນະຕໍ່ທີມແຄ໋ງຮວ່າທະເລຫວຽດນາມ 4 - 1 ປະຕູ.

ໂດຍ: ໄຊຊະນະ