leftcenterrightdel
ທີມບານເຕະຍິງ  U16 ຫວຽດນາມ  ອອກສະໜາມຝຶກແອບໃນຕອນບ່າຍວັນທີ 28 ກຸມພາ. ພາບ: ດວ່ານເຍິດ.

ນອກຈາກທີມບານເຕະຍິງ  U16 ຫວຽດນາມແລ້ວ, ບັນດາທີມໃນສາຍ A ລວມມີ ທີມບານເຕະຍິງ  U16 ອົດສະຕາລີ ແລະທີມບານເຕະຍິງ  U16 ອີຣານ ແລະທີມບານເຕະຍິງ  U16 ຂອງປະເທດເຈົ້າພາບລາວ.

ຕາມແຜນການແລ້ວ, ທີມບານເຕະຍິງ  U16 ຫວຽດນາມ ໄດ້ມີການຝຶກແອບໃນຕອນບ່າຍວັນທີ 28 ກຸມພາ. ໃນວັນທີ 1 ມີນາ, ຄູຝຶກນາງ ຫງວຽນທິມາຍລານ ແລະນັກເຕະ ສືບຕໍ່ມີການຝຶກແອບ 2 ຄາບອີກໃນເວລາ ( 8 ໂມງ 30 ແລະ 16 ໂມງ). ວັນທີ 2 ມີນາ, ຄູຝຶກນາງ ຫງວຽນທິມາຍລານ ຈະເຂົ້າຮ່ວມກອງປະຊຸມຂ່າວກ່ອນຮອບຄັດເລືອກທີ 2 ຂອງການແຂ່ງຂັນບານເຕະຍິງ U16 ອາຊີ 2019 (ສາຍ A).

ໂດຍ: ເຈິ່ນຮວ່ຽນ