leftcenterrightdel
ນັກເຕະຂອງສະໂມສອນ Viettel ເຈິ່ນແຢງຈູງ ຍິງໄດ້ 2 ປະຕູໃນການແຂ່ງຂັນບານເຕະລະຫວ່າງທີມບານເຕະ U.22 ຫວຽດນາມ ແລະທີມບານເຕະ U.22 ຕີມໍຕາເວັນອອກ. ພາບ: ແອງເລ.

ນັກເຕະ ແຢງຈູງ ຍິງໄດ້ 2 ປະຕູໃນນາທີທີ 40 ແລະ 62, ນັກເຕະ ແທງເຮົ້າ ຍິງໄດ້ 1 ປະຕູໃນນາທີທີ 82 ແລະນັກເຕະ ຊວນຕູ໊ ຍິງໄດ້ 1 ປະຕູໃນນາທີທີ 90+2. ດ້ວຍໝາກຜົນດັ່ງກ່າວ, ທີມບານເຕະ U.22 ຫວຽດນາມ ໄດ້ເຂົ້າຮອບຮອງຊະນະເລີດ ດ້ວຍ 6 ຄະແນນພາຍຫຼັງການເອົາຊະນະໃນສອງນັດທີ່ລົງແຂ່ງຂັນ. ຕອນບ່າຍວັນທີ 21 ກຸມພາ, ທີມບານເຕະ U.22 ຫວຽດນາມ ຈະແຂ່ງຂັນກັບທີມບານເຕະ U.22 ໄທ.

ໂດຍ: ບົວພອນ