ຄູເຝິກ ຫງວຽນກວກຕວ໋ນ ແລະບັນດານັກເຕະແຂ່ງຂັນດີສົມຄວນແຕ່ພາດໂອກາດຍິງປະຕູກໍ່ຫຼາຍ. ຮອດນາທີ 50 ທີມບານເຕະຟີລິບປິນ ໄດ້ຍິງຂຶ້ນນໍາກ່ອນຈາກລູກຍິງຂອງນັກເຕະ Lapas. ພາຍຫຼັງເສຍປະຕູຕໍ່ທີມບານເຕະຟີລິບປິນ, ທີມບານເຕະ U.22 ຫວຽດນາມ ໄດ້ສຸມທຸກກຳລັງເຂົ້າໃນການແຂ່ງຂັນ ແລະຮອດນາທີ 74, ນັກເຕະ ແຢງຈູງ ຍິງໄດ້ 1 ປະຕູ, ຫຼັງຈາກນັ້ນພຽງ 4 ນາທີ, ນັກເຕະ ມິງບິ່ງ ກໍຍິງໄດ້ 1 ປະຕູອີກຊ່ວຍໃຫ້ທີມບານເຕະ U.22 ຫວຽດນາມ ຊະນະທີມບານເຕະຟີລິບປິນ ດ້ວຍ 2-1 ປະຕູ.

leftcenterrightdel
ທີມບານເຕະ U.22 ຫວຽດນາມ ຊະນະທີມບານເຕະ U.22 ຟີລິບປິນ ດ້ວຍ 2-1 ປະຕູ. ພາບ: VFF.

ຕອນບ່າຍວັນທີ 19-2, ທີມບານເຕະ U.22 ຫວຽດນາມ ຈະແຂ່ງຂັນກັບທີມບານເຕະ U.22 ຕິມໍຕາເວັນອອກ.

ໂດຍ: ທູຈາງ