ໃນຈຸດເວລານີ້, ໝາຍຄວາມວ່າຍັງມີເວລາພຽງແຕ່ 1 ປີອີກຈະດຳເນີນການແຂ່ງລົດ, ບັນດາບໍລິສັດການບໍລິການຂອງອົດສະຕາລີ ເລີ່ມສົນໃຈ ແລະ ຢາກຊອກຮູ້ກ່ຽວກັບບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ເພື່ອສາມາດສ້າງຕັ້ງລາຍການໂຄສະນາ, ດຶງດູດນັກທ່ອງທ່ຽວມາ ຫວຽດນາມ ເນື່ອງໃນໂອກາດນີ້ຢ່າງທັນການ. ທ່ານ Patrick Wedge, ຜູ້ອຳນວຍການໃຫຍ່ບໍລິຫານຂອງ The Motorsport Shop, ໃຫ້ຮູ້ວ່າ.

leftcenterrightdel
ພາບປະກອບຈາກ: vovworld.vn.

“ຫວຽດນາມ ແມ່ນຈຸດນັດພົບເຊິ່ງພວກເຮົາຄວນໃຫ້ທຸກຄົນຮູ້ໄດ້ວ່າເຂົາເຈົ້າຈະຄົ້ນຫາສິ່ງໃດຢູ່ນັ້ນ. ເມື່ອນັກທ່ອງທ່ຽວມາ ຫວຽດນາມ ເທື່ອໜຶ່ງ ແລະມີຫຼາຍສິ່ງທີ່ເປັນໜ້າຈັບໃຈເຂົາເຈົ້າອາດຈະມາຢ້ຽມຢາມອີກ, ຊ້ຳບໍ່ໜຳແມ່ນປີໃດກໍ່ຈະມາທ່ອງທ່ຽວ. ສະນັ້ນ, ຂ້າພະເຈົ້າຢາກໃຫ້ນັກທ່ອງທ່ຽວທັງມາຊົມການແຂ່ງລົດ Grand Prix, ທັງມີພຶດຕິກຳຕົວຈິງໃນການບໍລິການດີທີ່ສຸດຢູ່ ຫວຽດນາມ”.

ສ່ວນທ່ານຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Sydney ຈິ້ງດຶກຫາຍ, ໃຫ້ຂໍ້ສັງເກດວ່າ, ປີ 2020 ຫວຽດນາມ ຈະຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍຄົນ, ໃນນັ້ນມີນັກທ່ອງທ່ຽວອົດສະຕາລີ ໂດຍ ຫວຽດນາມ ແມ່ນປະເທດຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ກໍ່ແມ່ນແຫ່ງຈັດຕັ້ງການແຂ່ງລົດ F1.

“ເຫດການ Grand Prix, ການແຂ່ງລົດ F1 ຢູ່ ຮ່າໂນ້ຍ ຈະແມ່ນການກະຕຸກຊຸກຍູ້ອັນໃຫຍ່ຫຼວງໃຫ້ແກ່ຂະແໜງອຸດສາຫະກຳທ່ອງທ່ຽວ ຫວຽດນາມ. ສະຖານກົມສູນໃຫຍ່ຫວຽດນາມ ປະຈຳ Sydney ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂອງ ອົດສະຕາລີ ເພື່ອເຮັດແນວໃດ ປີ 2020 ຢູ່ ຮ່າໂນ້ຍ ເວົ້າສະເພາະ ແລະ ບັນດາທ້ອງຖິ່ນທີ່ມີທິວທັດທຳມະຊາດຫຼາຍແຫ່ງຂອງ ຫວຽດນາມ ເວົ້າລວມຈະກາຍເປັນໜຶ່ງໃນຈຳນວນບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດທີ່ສຸດໃນໂລກ”.

ແຫຼ່ງຄັດຈາກ: vovworld.vn