ການແຂ່ງຂັນບານເຕະຄັ້ງນີ້ມີທີມບານເຕະເຂົ້າຮ່ວມ 7 ທີມ ທີ່ມາຈາກບັນດາສະໂມສອນ ຄື: Viettel, ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ, ນາມດິ້ງ, ແທັງຮ໊ວາ, ຊົງລາມເງະອານ. ຕາມທ່ານ ໂດ໊ແມັ້ງຢຸງ, ຜູ້ອຳນວຍການສູນກິລາ Viettel, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນບານເຕະແລ້ວ: “ການແຂ່ງຂັນບານເຕະ Viettel ເປີດກວ້າງ 2019 ແມ່ນກາລະໂອກາດສ້າງເງື່ອນໄຂໃຫ້ທີມບານ Viettel ແລະບັນດາທີມບານຢູ່ພາກເໜືອໄດ້ທົດລອງຖັນແຖວນັກເຕະ, ກະກຽມວິຊາສະເພາະໃຫ້ແກ່ລະດູແຂ່ງຂັນບານເຕະ V-League 2019”.

leftcenterrightdel
ທີມບານ Viettel. ພາບ: ວັນຟອງ.

ການແຂ່ງຂັນບານເຕະຄັ້ງນີ້ຈະເລີ່ມຂຶ້ນໃນລະຫວ່າງວັນທີ 4-12 ມັງກອນ, 7 ທີມດັ່ງກ່າວຈະຈົກສະຫຼາກແບ່ງເປັນ 2 ສາຍ (ສາຍໜຶ່ງ 3 ທີມ ແລະສາຍໜຶ່ງ 4 ທີມ).

ໂດຍ: ສົມເພັດ