leftcenterrightdel
ຄະນະຫວຽດນາມ ເຂົ້າຮ່ວມງານມະຫາກໍາກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 19. ພາບ:giaoducthoidai.vn.

ນີ້ແມ່ນເຫດການກິລາໃຫຍ່ທີ່ສຸດຂອງນັກສຶກສາບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງສອງປີຈັດຂຶ້ນເທື່ອໜຶ່ງ. ເຂົ້າຮ່ວມງານມະຫາກໍາກິລາຄັ້ງນີ້, ມີນັກກິລາເກືອບ 4000 ຄົນ ທີ່ມາຈາກ 11 ປະເທດໃນພາກພື້ນ ຈະແຂ່ງຂັນກິລາໃນ 17 ປະເພດ ຄື: ແລ່ນ ແລະລານ, ຍິງທະນູ, ເຕະບານ, ກັອບ, ຊ່ວງເຮືອ, ລອຍນໍ້າ, ເທັນນິດ, ຊິນລອນ, ຕີດອກບປີກໄກ່, ປິງປອງ, ມວຍ wushu, ບານບ້ວງ, ບານສົ່ງ, karatedo, ກະຕໍ້, ເປຕັງ ແລະນີ້ເປັນຄັ້ງທໍາອິດທີ່ງານມະຫາກໍາກິລາ ໄດ້ນໍາກິລາປະເພດມວຍ vovinam ເຂົ້າແຂ່ງຂັນ.  ຄະນະຫວຽດນາມ ເຂົ້າຮ່ວມງານມະຫາກໍາກິລາຄັ້ງນີ້ລວມມີພະນັກງານ, ກໍາມະການ, ຄູຝຶກ ແລະນັກກິລາທັງໝົດ 61 ຄົນ, ດ້ວຍການແຂ່ງຂັນກິລາ 5 ປະເພດ ຄື: ປິງປອງ, ແລ່ນ ແລະລານ,  karatedo, ກັອບ ແລະມວຍ vovinam. ງານມະຫາກໍາກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 19 ຈະດໍາເນີນຮອດວັນທີ 20 ທັນວາ 2018 ຢູ່ Naypyitaw, ມຽນມາ ຈຶ່ງອັດລົງ.

ແຫຼ່ງຄັດຈາກ: vovworld.vn