ນັກເຕະ ກົງເຟື້ອງ ຍິງເຂົ້າປະຕູໃນນາທີ 11, ນັກເຕະ ແອງດຶກ ຍິງເຂົ້າປະຕູໃນນາທີ 45+2 ແລະນັກເຕະ ກວາງຫາຍ ຍິງເຂົ້າປະຕູໃນນາທີ 68.

leftcenterrightdel
ນັກເຕະກອງໜ້າ ກົງເຟື້ອງ ມີບົດບາດສຳຄັນໃນການແຂ່ງຂັນເຕະບານຊ່ວຍໃຫ້ທີມຊາດຫວຽດນາມຊະນະທີມຊາດລາວ 3-0. ພາບ: ຫາຍດັງ.

ຈຸດພົ້ນເດັ່ນໃນການແຂ່ງຂັນຂອງທີມຊາດຫວຽດນາມ ແມ່ນທ່າທີແຂ່ງຂັນເຂັ້ມງວດ, ມີລັກຊະນະອາຊີບ. ດ້ວຍຈິດໃຈຕັດສິນໃຈ, ບໍ່ອັດຕະວິໄສຕໍ່ທີມຊາດລາວ - ເຊິ່ງເຄີຍຖືກຕີລາຄາຕໍ່າກວ່າທີມຊາດຫວຽດນາມ. ນັ້ນແມ່ນປັດໄຈສຳຄັນຊ່ວຍໃຫ້ທີມຊາດຫວຽດນາມຊະນະທີມຊາດລາວ.

leftcenterrightdel
ພາບ: ຫາຍດັງ.

ການໄຊຊະນະຕໍ່ທີມຊາດລາວບໍ່ທັນສາມາດຕີລາຄາຄວາມສາມາດແທ້ຈິງຂອງທີມຊາດຫວຽດນາມຢູ່ AFF Cup 2018 ແຕ່ຜົນງານນີ້ໄດ້ຊ່ວຍໃຫ້ທີມຊາດຫວຽດນາມ ແລະຄູຝຶກ Park Hang-seo ມີຄວາມເຊື່ອໝັ້ນຕົນເອງຕື່ມອີກບົນໄລຍະທາງອັນຫຍຸ້ງຍາກຢູ່ຕໍ່ໜ້າ.

ໂດຍ: ທູຮັ່ງ