leftcenterrightdel
ບັນຍາກາດທີ່ງານບຸນຊ່ວງເຮືອທ່າວັດຈັນ 2018. ພາບ: ວຽງຈັນໃໝ່.

ທ່ານ​ນາງ ບົວ​ລອນ ວົງ​ດາ­ລາ​ແສນ ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ທັງ​ເປັນ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ຈັດ​ງານ​ບຸນ​ດັ່ງ­ກ່າວຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນໃນ​ວັນ​ທີ 16 ຕຸ­ລາ 2018 ຜ່ານ​ມາທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ຈັນ­ທະ​ບູ​ລີ ວ່າ: ສຳ­ລັບ​ການ​ກະ­ກຽມ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ງານ​ບຸນ​ອອກ​ພັນ​ສາ​ປະ​ວໍ­ລະ­ນາ ແລະ ຊ່ວງ​ເຮືອ​ປະ­ເພ­ນີ ປະ­ຈຳ​ປີ 2018 ທີ່​ທ່າ​ວັດ​ຈັນ, ເມືອງ​ຈັນ­ທະ​ບູ​ລີ ເຊິ່ງ​ໃນ​ປີ​ນີ້ມີ​ເຮືອ​ແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ທັງ​ໝົດ 35 ລຳ ໃນ 3 ປະ­ເພດ​ ຄື: ເຮືອ​ປະ­ເພ­ນີ​ຊາຍ 9 ລຳ, ເຮືອ​ປະ­ເພ­ນີ​ຍິງ 5 ລຳ, ເຮືອ​ສູດ​ຊາຍ 5 ລຳ ແລະເຮືອ​ກີ­ລາ 12 ສີ­ພາຍ 16 ລຳ ປີ​ນີ້​ທາງ​ເມືອງ​ຈັນ­ທະ​ບູ​ລີ ຈະ​ເນັ້ນ​ລະ­ບຽບ​ສຸດໆ​ກັບ​ຜູ້​ປະ­ກອບ​ການໂດຍ​ສະ­ເພາະ​ການ​ເກັບ​ປີ້​ຄ່າ​ຝາກ​ລົດທາງ​ຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ງານ​ແມ່ນ​ກຳ­ນົດ​ໃຫ້​ຄື: ລົດ­ຖີບ ລາ­ຄາ 2.000 ກີບ​ຕໍ່​ຄັນ, ລົດ­ຈັກ​ຕ້ອງ​ເກັບ​ໃນ​ລາ­ຄາ 5.000 ກີບ​ຕໍ່​ຄັນ, ລົດ​ຈ່ຳ​ໂບ້-ຕຸກໆ ລາ­ຄາ 10.000 ກີບ ແລະລົດ​ເກັງ-ລົດ​ກະ­ບະ ລາ­ຄາ​ບໍ່​ເກີນ 15.000 ກີບ​ຕໍ່​ຄັນ.

ເນື້ອໃນ: ວຽງຈັນໃໝ່