​ທີມ​ຊາດ​ລາວ ໄດ້​ປະ­ຕູ​ຂຶ້ນ​ນຳ­ໄປ​ກ່ອນ​ຈາກ ບຸນ​ພະ­ຈັນ ບຸນ​ກອງ ນາ­ທີໆ 23 ແຕ່​ທີມ​ຊາດ​ມົງ​ໂກ​ລີ ມາ​ຍິງ 4 ປະ­ຕູ​ລວດຈາກ Munkh-Erdene ນາ­ທີໆ 25 Narmandakg Artag ນາ­ທີໆ 73 Janseric Maeatkhan ນາ­ທີໆ 77 ແລະ Maranold Nyam ນາ­ທີໆ 83.

leftcenterrightdel
ພາບປະກອບຈາກ: vientianemai.net

ສຳ­ລັບ​ການ​ແຂ່ງ­ຂັນໃນ​ລາຍ­ການ AFF Suzuki Cup 2018 ທີມ​ຊາດ​ລາວຢູ່​ຮ່ວມ​ກຸ່ມ ເອ ປະ­ກອບ​ມີ: ຫວຽດ­ນາມ, ມາ​ເລ​ເຊຍ, ມຽນ​ມາ, ກຳ­ປູ­ເຈຍ ແລະ ລາວ ຈະ​ລົງ​ແຂ່ງ­ຂັນ​ນັດ​ທຳ​ອິດໃນ​ວັນ​ທີ 8 ພະ­ຈິກ 2018 ທີມ​ຊາດ​ລາວ ພົບທີມ​ຊາດ​ຫວຽດ­ນາມ ແຂ່ງ­ຂັນ​ຢູ່​ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 (ໂທລະ­ພາບ​ທີ​ວີ​ລາວຖ່າຍ​ທອດ​ສົດ) ວັນ​ທີ 12 ພະ­ຈິກ 2018 ທີມ​ຊາດ​ມາ​ເລ​ເຊຍ ພົບ ທີມ​ຊາດ​ລາວ ແຂ່ງ­ຂັນ​ຢູ່​ທີ່​ສະ­ໜາມ Bukit Jalil National ນະ­ຄອນ­ຫຼວງ​ກົວ​ລາ​ລຳ​ເປີ ວັນ​ທີ 16 ພະ­ຈິກ 2018 ທີມ​ຊາດ​ລາວ ພົບທີມ​ຊາດ​ມຽນ​ມາ ແຂ່ງ­ຂັນ​ຢູ່​ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 (ໂທລະ­ພາບ​ທີ​ວີ​ລາວຖ່າຍ​ທອດ​ສົດ) ແລະ ວັນ​ທີ 20 ພະ­ຈິກ 2018 ທີມ​ຊາດ​ກຳ­ປູ­ເຈຍ ພົບທີມ​ຊາດ​ລາວ ແຂ່ງ­ຂັນ​ຢູ່​ທີ່​ສະ­ໜາມ National Olympic ນະ­ຄອນ­ຫຼວງ​ພະ­ນົມ​ເປັນ.

ຂ່າວ: ວຽງຈັນໃໝ່