leftcenterrightdel
ຄະນະນັກກິລາຫວຽດນາມ ຍາດໄດ້ຫຼຽນລື່ນກາຍຄາດໝາຍທີ່ໄດ້ວາງອອກຢູ່ Asian Para Games 2018. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີອັດ Asian Para Games 2018, ຄະນະຈັດຕັ້ງໄດ້ເຊີດຊູບັນດານັກກິລາທີ່ຍາດໄດຜົນງານດີເດັ່ນໃນງານມະຫາກຳກິລາຄັ້ງນີ້, ໃນນັ້ນມີນັກກິລາ ຫວໍແທງຕຸ່ງ ຂອງທັບກິລາຫວຽດນາມ.

ພາຍຫຼັງການແຂ່ງຂັນມາເປັນເວລາ 6 ວັນ, ດ້ວຍຄວາມຕັດສິນໃຈສູງທີ່ສຸດ, ບັນດາທັບນັກກິລາຫວຽດນາມ ຄວ້າໄດ້ 40 ຫຼຽນ, ໃນນັ້ນມີຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງ 24 ຫຼຽນ, ເຊິ່ງລື່ນກາຍຄາດໝາຍທີ່ໄດ້ວາງອອກແມ່ນ 4 ຫຼຽນ.

ສິ້ນສຸດ Asian Para Games 2018, ທັບກິລາຄົນພິການຫວຽດນາມ ຢືນຢູ່ອັນດັບທີ 12 ໃນຈຳນວນ 44 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມການແຂ່ງຂັນ. ນຳໜ້າຕາຕະລາງຈັດອັນດັບແມ່ນຈີນ ດ້ວຍຫຼຽນຄຳ 172 ຫຼຽນ.

ກໍ່ທີ່ພິທີອັດ, ປະເທດເຈົ້າພາບຈັດຕັ້ງ Asian Para Games 2018 ໄດ້ມອບທຸງໃຫ້ຈີນ, ເຊິ່ງແມ່ນປະເທດຈະເປັນເຈົ້າພາບຈັດ Asian Para Games ຄັ້ງທີ 19.

ແຫຼ່ງຄັດຈາກ: vovworld.vn