ວັນທີ 7 ຕຸລາ, ໃນວັນທຳອິດຂອງການແຂ່ງຂັນທາງການທຳອິດຂອງ Asian Para Games, ໃນການແຂ່ງຂັນລອຍນ້ຳກົບຊາຍ, ນັກກິລາ ຫງວຽນແທ່ງຈູງ, ລະດັບພິການ SB4 ຄ້ວາໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາຫວຽດນາມ.  ນັກກິລາ ຫງວຽນແທ່ງຈູງ ໄດ້ແບ່ງປັນວ່າ: “ສຳລັບຂ້າພະເຈົ້າແລ້ວ, ຈຸດເວລານີ້ແມ່ນມີຄວາມເອກອ້າງທະນົງໃຈ ແລະມີຄວາມຜາສຸກທີ່ສຸດ. ຂ້າພະເຈົ້າຫວັງວ່າຫຼຽນຄຳຫຼຽນທຳອິດນີ້ຈະແມ່ນກຳລັງກະຕຸກຊຸກຍູ້ ແລະນຳມາເຊິ່ງຄວາມໂຊກດີໃຫ້ແກ່ຄະນະນັກກິລາຫວຽດນາມ ໃນ Asian Para Games ປີນີ້”.

leftcenterrightdel
ນັກກິລາ ຫວຽດນາມ ໄດ້ຮັບລາງວັນ. ພາບ: vovworld.vn.

ແລະກໍ່ໃນວັນດຽວກັນ, ນັກກິລາ ວີທິຮັ່ງ ກໍ່ຄ້ວາໄດ້ຫຼຽນທອງໃຫ້ແກ່ປະເພດກິລາລອຍນ້ຳຫວຽດນາມ. Asian Para Games 2018 ຈັດຕັ້ງຢູ່ອິນໂດເນເຊຍ ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາ 2.762 ຄົນທີ່ມາຈາກ 45 ປະເທດ ແລະເຂດແຄ້ວນ. ນີ້ແມ່ນເຫດການກິລາລະດັບໃຫຍ່ທີ່ສຸດຢູ່ອາຊີ ໄດ້ຮັບການຈັດຕັ້ງ 4 ປີເທື່ອໜຶ່ງທີ່ສະຫງວນໃຫ້ແກ່ບັນດານັກກິລາພິການ.

ແຫຼ່ງຄັດຈາກ vovworld.vn