ໃນການແຂ່ງຂັນເຕະບານລະດັບໜຶ່ງແຫ່ງຊາດປີ 2018 ຮອບຊີງຊະນະເລີດ ລະຫວ່າງສະໂມສອນຕໍາຫຼວດປະຊາຊົນ ແລະ ສະໂມສອນບິ່ງດີ້ງ TMS ເຊິ່ງດໍາເນີນໃນຕອນບ່າຍວັນທີ 5 ຕຸລາ ຢູ່ສະໜາມກິລາແທງຈີ່. ເຖິງວ່າໄດ້ແຂ່ງຂັນດ້ວຍຄວາມມານະພະຍາຍາມແລ້ວກໍ່ຕາມ, ແຕ່ສະໂມສອນຕໍາຫຼວດປະຊາຊົນ ພຽງແຕ່ສະເໝີກັນດ້ວຍ 1-1 ປະຕູ; ສະນ້ັນ, ຕ້ອງແຂ່ງຂັນທີ່ການແຂ່ງຂັນເຕະບານອັນດັບສອງຢ່າງເປັນທາງການ. ຢູ່ສະໜາມກິລາ ຮ່າງເດີ໋ຍ, ສະໂມສອນ Viettel ໄດ້ຊະນະສະໂມສອນຮ່າໂນ້ຍ B ດ້ວຍ 2-1 ປະຕູ.

leftcenterrightdel
ບັນດານັກເຕະ ຂອງສະໂມສອນ  Viettel. ພາບ: qdnd.vn.

ສິ້ນສຸດການແຂ່ງຂັນ, ພາຍຫຼັງແຂ່ງຂັນ 18 ນັດ, ສະໂມສອນ Viettel ໄດ້ຍົກຂຶ້ນອັນດັບທີ່ການແຂ່ງຂັນ V-League ດ້ວຍ 41 ຄະແນນ. ສະໂມສອນຮ່າໂນ້ຍ B ຍາດໄດ້ລາງວັນທີສອງ ແລະຈະແຂ່ງຂັນ play-off ຍົກຂຶ້ນອັນດັບທີ່ການແຂ່ງຂັນ V-League 2019.

ຕາມແຜນການແລ້ວ, ການແຂ່ງຂັນເຕະບານລະດັບໜຶ່ງແຫ່ງຊາດປີ 2019 ຈະມີ 12 ທີມເຂົ້າຮ່ວມແທນທີ່ຈະມີ 10 ທີມຄືປັດຈຸບັນ.

ໂດຍ: ທູຈາງ