ນັກຂ່າວ: ຮຽນທ່ານ ຫງວຽນຫາຍບຽນ, ທ່ານມີຄວາມຮູ້ສຶກແນວໃດ ເມື່ອ Viettel ໄດ້ຮັບການຍົກລະດັບຂຶ້ນຢູ່  V-League ຖືກຕາມແຜນການ?

ຄູຝຶກ ຫງວຽນຫາຍບຽນ: ພວກຂ້າພະເຈົ້າໄດ້ລໍຄອຍເວລານີ້ມາແຕ່ດົນນານແລ້ວ ແລະຄະນະຄູຝຶກ, ນັກເຕະລ້ວນແຕ່ມີຄວາມພໍໃຈກັບຜົນງານດັ່ງກ່າວ. ນີ້ແມ່ນໝາກຜົນທີ່ເໝາະສົມ, ຕອບສະໜອງຄວາມມຸ່ງຫວັງຂອງແຟນບານ.

ນັກຂ່າວ: ຮຽນທ່ານ ຫງວຽນຫາຍບຽນ ບັນດານັກເຕະ Viettel ໄດ້ມີບັນດານັດແຂ່ງຂັນທີ່ກ້າຫານເດັດດ່ຽວ ແລະພາຍຫຼັງທີ່ຄວ້າໄດ້ແຊັມໃນການແຂ່ງຂັນເຕະບານລະດັບໜຶ່ງແຫ່ງຊາດປີ 2018, ທ່ານໄດ້ມີລາງວັນສະເພາະໃຫ້ເຂົາເຈົ້າບໍ?

leftcenterrightdel
ນັກເຕະ ບຸ່ຍຕ໋ຽນຢູ້ງ ແມ່ນບ່ອນອີງດ້ານຈິດໃຈໃຫ້ແກ່ບັນດານັກເຕະຂອງ Viettel. ພາບ: ມີງຕ໋ວນ.

ຄູຝຶກ ຫງວຽນຫາຍບຽນ: V-League ແມ່ນສະໜາມເຊິ່ງນັກເຕະຫວຽດນາມ ຫຼາຍຄົນມຸ່ງໄປເຖິງ ແລະຂ້າພະເຈົ້າເຫັນໄດ້ຄວາມຕັດສິນໃຈແຂ່ງຂັນຈົນສຸດຄວາມສາມາດຂອງບັນດານັກເຕະທີມ Viettel ໃນຕະຫຼອດການແຂ່ງຂັນເຕະບານລະດັບໜຶ່ງແຫ່ງຊາດປີ 2018. ສະເພາະນັດແຂ່ງຂັນກັບທີມ ບິ່ງເຟືອກ, ຄວາມກົດທີ່ມີຕໍ່ບັນດານັກເຕະຂອງຕົນບໍ່ແມ່ນນ້ອຍ, ແຕ່ສຸດທ້າຍບັນດານັກເຕະໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອຍາດໄດ້ໄຊຊະນະດ້ວຍ 2-0 ປະຕູ. ພາຍຫຼັງການແຂ່ງຂັນ, ຂ້າພະເຈົ້າໄດ້ໃຫ້ບັນດານັກເຕະພັກຜ່ອນ 1 ວັນເພື່ອນັກເຕະມີເວລາພົບປະກັບຄອບຄົວ, ໝູ່ເພື່ອນ, ພ້ອມກັນແບ່ງປັນຄວາມເບີກບານມ່ວນຊື່ນຕໍ່ໄຊຊະນະ. ເຖິງວ່າ Viettel ໄດ້ປະຕິບັດສໍາເລັດເປົ້າໝາຍກໍ່ຕາມ ແຕ່ກໍ່ຍັງມີນັດແຂ່ງຂັນສຸດທ້າຍທີ່ພົບກັບທີມ ຮ່າໂນ້ຍ B ແລະຂ້າພະເຈົ້າປາດຖະໜາວ່າບັນດານັກເຕະຈະສະແດງໃຫ້ເຫັນຄວາມຕັດສິນໃຈຍາດເອົາໄຊຊະນະ.

ນັກຂ່າວ: ຮຽນທ່ານ ຫງວຽນຫາຍບຽນ, ຕາມທ່ານແລ້ວ, ປັດໄຈໃດໄດ້ນໍາມາເຊິ່ງຜົນສໍາເລັດໃຫ້ແກ່ທີມ Viettel?

ຄູຝຶກ ຫງວຽນຫາຍຍບຽນ: ຍາມໃດຂ້າພະເຈົ້າກໍ່ເວົ້າກັບບັນດານັກເຕະວ່າ, ຢູ່ສະໂມສອນ Viettel, ບໍ່ມີໃຜໂດດເດັ່ນ. ບັນດານັກເຕະລ້ວນແຕ່ມີຄຸນຄ່າ, ມີບົດບາດສະເໝີກັນ ແລະຍາມໃດກໍ່ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສະແດງອອກກໍາລັງຄວາມສາມາດຂອງຕົນເອງ. ຜົນສໍາເລັດຂອງ Viettel ແມ່ນຜົນງານແຫ່ງຄວາມສາມັກຄີ, ຍ້ອນວ່ານັບແຕ່ໄລຍະຍັງແມ່ນນັກເຕະເຍົາວະຊົນ, ບັນດານັກເຕະໄດ້ຮັບການສັ່ງສອນວ່າ: “ຄວາມສາມັກຄີແມ່ນກໍາລັງແຮງ”. ແນ່ນອນວ່າ, ໄປຄຽງຄູ່ກັບການຫຼິ້ນບານທີ່ມີຄວາມສາມັກຄີຂອງນັກເຕະ, Viettel ກໍ່ມີນັກ ເຕະທີ່ພົ້ນເດັ່ນຈຳນວນໜຶ່ງ, ຄື: ຕ໋ຽນຢູ້ງ, ຮວ່າງດຶກ, ວັນຖຽດ, ວັນຖັ໋ງ... ເຂົາເຈົ້າແມ່ນບ່ອນອີງເພື່ອໃຫ້ບັນດານັກເຕະໃນທີມປະຕິບັດຕາມ ແລະພ້ອມກັນມານະພະຍາຍາມສູ້ຊົນ.

ນັກຂ່າວ: ຮຽນທ່ານ ຫງວຽນຫາຍບຽນ, ສະໂມສອນ Viettel ໄດ້ມີແຜນການ, ເປົ້າໝາຍຫຍັງແດ່ໃຫ້ແກ່ V-League 2019?

ຄູຝຶກ ຫງວຽນຫາຍບຽນ: V-League ແມ່ນສະໜາມແຂ່ງຂັນທີ່ມີລັກສະນະອາຊີບແຕ່ກໍ່ເຕັມໄປດ້ວຍຄວາມເຄັ່ງຄັດ. ເຖິງວ່າສະໂມສອນ ນາມດີ້ງ, ສະໂມສອນ ເກິ່ນເທີ ມີນັກເຕະດີເດັ່ນຫຼາຍຄົນກໍ່ຕາມແຕ່ກໍ່ຍັງປະສົບກັບຄວາມຫຍຸ້ງຍາກໃນການຮັກສາລະດັບຢູ່ V-League ເຊິ່ງນັ້ນກໍ່ສ້າງຄວາມຫຍຸ້ງຍາກໃຫ້ Viettel ບໍ່ແມ່ນໜ້ອຍ. ສະໂມສອນ Viettel ໄດ້ມີຫຼາຍແຜນການໃຫ້ແກ່ V-League 2019, ໃນນັ້ນເປົ້າໝາຍຕົວຈິງແມ່ນຮັກສາລະດັບ.

ນັກຂ່າວ: ຮຽນທ່ານ ຫງວຽນຫາຍບຽນ, ໂດຍໄດ້ຮູ້ວ່າທີມ Viettel ຈະເອົານາມມະຍົດຊີຊັນ ເຖກົງ ຄືນໃໝ່ຢູ່ V-League 2019 ແລະສິ່ງດັ່ງກ່າວມີຄວາມໝາຍຄືກັບເລື່ອງທີມບານເຕະຈະນໍາໃຊ້ພຽງແຕ່ນັກເຕະຢູ່ພາຍໃນປະເທດບໍ?

ຄູຝຶກ ຫງວຽນຫາຍບຽນ: ແຕ່ດົນນານມາແລ້ວແຟນບານໄດ້ປຽບທຽບ “ນັກເຕະຕ່າງປະເທດ” ວ່າໄດ້ປະກອບສ່ວນ 50% ເຂົ້າໃນກໍາລັງແຮງຂອງທີມບານເຕະ. ໃນສະພາບຕົວຈິງແລ້ວ, ບົດບາດຂອງນັກເຕະຕ່າງປະເທດແມ່ນບໍ່ສາມາດປະຕິເສດໄດ້ ແລະຖ້າທີມບານເຕະພຽງແຕ່ນໍາໃຊ້ນັກເຕະພາຍໃນປະເທດ ກໍ່ຍາກທີ່ຈະປະສົບຜົນສໍາເລັດໄດ້. ຕາມຂ້າພະເຈົ້າແລ້ວ, Viettel ຕ້ອງນຳໃຊ້ນັກເຕະທັງພາຍໃນປະເທດ ແລະຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ການແຂ່ງຂັນທີ່ດຸເດືອດຄື V-League. ການນໍາສະໂມສອນ Viettel ກໍ່ໄດ້ສ້າງແຜນການລະອຽດໃຫ້ແກ່ການເພີ່ມເຕີມກໍາລັງກະກຽມໃຫ້ແກ່ການແຂ່ງຂັນປີ 2019 ເປັນເວລາດົນພໍສົມຄວນ.

ນັກຂ່າວ: ຂໍຂອບອົກຂອບໃຈທ່ານ ຫງວຽນຫາຍບຽນ.

 

ໂດຍ: ຫງວຽນກຸກ