ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ ແລະມອບລາງວັນ. ການແຂ່ງຂັນປະດິດສ້າງ Robot ອາຊີ - ປາຊີຟິກ ມີ 19 ທີມທີ່ມາຈາກ 18 ປະເທດ ແລະເຂດແຄວ້ນໃນພາກພື້ນເຂົ້າຮ່ວມ. ນີ້ແມ່ນຄັ້ງທີ 3 ທີ່ ຫວຽດນາມ ເປັນເຈົ້າພາບຈັດຕັ້ງການແຂ່ງຂັນປະດິດສ້າງ Robot ອາຊີ - ປາຊີຟິກ (ກ່ອນໜ້ານັ້ນແມ່ນປີ 2007 ແລະ 2013). ຫົວຂໍ້ຂອງການແຂ່ງຂັນ ABU Robocon 2018 ໄດ້ອີງໃສ່ການລະຫຼິ້ນພື້ນເມືອງຂອງພໍ່ແມ່ປະຊາຊົນເຂດພູດອຍຢູ່ທາງທິດຕາເວັນຕົກສຽງເໜືອຫວຽດນາມ ທີ່ມີຊື່ວ່າ “ໂຍນໝາກຄອນ”.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ມອບລາງວັນທີໜຶ່ງໃຫ້ທີມຊາດຫວຽດນາມ 2. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ໂຮງຮຽນມະຫາວິທະຍາໄລລາກຮົ່ງ ຊະນະຄູ່ແຂ່ງທີ່ມາຈາກມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ການແຂ່ງຂັນປະດິດສ້າງ Robot ອາຊີ - ປາຊີຟິກ (ABU Robocon) 2019 ຈະໄດ້ຕັ້ງຢູ່ ມົງກົນ.

 

ໂດຍ: ຫງວຽນກຸກ