ນີ້ແມ່ນການແຂ່ງຂັນມີຂອບຂະໜາດສາກົນ ເຊິ່ງມີການເຂົ້າຮ່ວມຂອງ 12 ທີມແຂ່ງຂັນກັນຢ່າງແຮງດ້ວຍນັກປັ່ນລົດຖີບກວ່າ 60 ຄົນ. ໃນນັ້ນມີ 6 ທີມສາກົນທີ່ມາຈາກ ໂຮນລັງ, ເອທີໂອປີ, ລາວ, ຟີລິບປິນ, ສ.ເກົາຫຼີ, ອິນໂດເນເຊຍ. ການແຂ່ງຂັນມີ 14 ໄລຍະທາງດ້ວຍຄວາມຍາວກວ່າ 1.800 ກິໂລແມັດໄປຜ່ານບັນດາທ້ອງຖິ່ນ: ຮ່າໂນ້ຍ, ແທັງຮ໋ວາ, ເງະອານ, ເຫວ໋, ກວາງບີ່ງ... ດ້ວຍລາງວັນມີມູນຄ່າເກືອບ 1,3 ຕື້ດົ່ງ. ໃນນັ້ນ, ລາງວັນການແຂ່ງຂັນສຸດທ້າຍຕົກເປັນຂອງນັກປັ່ນລົດຖີບດີເດັ່ນທີ່ສຸດມີມູນຄ່າແມ່ນ 200 ລ້ານດົ່ງ.

leftcenterrightdel
ຄະນະຈັດຕັ້ງແນະນຳກ່ຽວກັບການແຂ່ງຂັນ. ພາບ: ຮົ່ງຢາງ.

ພ້ອມກັນນັ້ນ, ກຸ່ມບໍລິສັດ ຮວາແຊນ ໄດ້ຈັດຕັ້ງການເຄື່ອນໄຫວທາງສັງຄົມທີ່ມີຄວາມໝາຍຫຼາຍຢ່າງ ຄື ມອບລົດຖີບໃຫ້ນັກຮຽນທຸກຍາກຕາມໄລຍະທາງເຊິ່ງຄະນະແຂ່ງຂັນໄດ້ໄປຜ່ານ. ສ່ວນຢູ່ຮ່າໂນ້ຍການແຂ່ງຂັນຈະໄດ້ໄຂຂຶ້ນໃນວັນທີ 2 ກັນຍາ, ການແຂ່ງຂັນໄລຍະທາງສຸດທ້າຍ ແລະພິທີສະຫຼຸບການແຂ່ງຂັນຈະດຳເນີນໃນວັນທີ 16 ກັນຍາ ຢູ່ນະຄອນໂຮ່ຈິມິນ.

ແປໂດຍ: ທູຮັ່ງ