ເຖິງວ່າຍາດໄດ້ 3 ຄະແນນກໍ່ຕາມ, ແຕ່ທີມໂອລີມປິກຫວຽດນາມ ຍັງບໍ່ທັນແຂ່ງຂັນດ້ວຍສຸດຄວາມສາມາດຂອງຕົນເທື່ອ, ໃນຂະນະທີ່ລະດັບການແຂ່ງຂັນຂອງທີມໂອລີມປິກປາກິດສະຖານຍັງອ່ອນຢູ່. ກວາງຫາຍ ຍັງຄົງແມ່ນນັກເຕະທີ່ດີເດັ່ນຂອງທີມໂອລີມປິກຫວຽດນາມ ດ້ວຍເຕັກນິກເຕະບານຢ່າງຄ່ອງແຄ້ວ ແລະມີປະສິດທິຜົນ. ຖ້າຫາກວ່າໝູນໃຊ້ໂອກາດໄດ້ດີ, ທີມໂອລີມປິກຫວຽດນາມ ອາດສາມາດຊະນະທີມໂອລີມປິກປາກິດສະຖານ ດ້ວຍຄະແນນສູງກວ່າ.

leftcenterrightdel
ກວາງຫາຍ (ຢູ່ກາງ) ແມ່ນນັກເຕະດີເດັ່ນຂອງທີມໂອລີມປິກຫວຽດນາມ. ພາບ: ຫວຽດຮຸ່ງ.

ເຖິງວ່າໄດ້ຮັບຊະນະແລ້ວກໍ່ຕາມ, ແຕ່ການແຂ່ງຂັນນີ້ຍັງສ້າງຄວາມວິຕົກກັງວົນໃຫ້ແກ່ແຟນບານຫວຽດນາມຢູ່ ແລະແນ່ນອນວ່າ, ຄູຝຶກ Park Hang-seo ແລະບັນດານັກເຕະຂອງທີມໂອລີມປິກຫວຽດນາມ ຈະຕ້ອງຖອດຖອນຫຼາຍບົດຮຽນພາຍຫຼັງການແຂ່ງຂັນນີ້.

ໂດຍ: ທູຈາງ