ບັນດານັກກິລາເຂົ້າຮ່ວມການແຂ່ງຂັນກິລາແລ່ນປະເພດ: 42 ກິໂລແມັດ, 21 ກິໂລແມັດ, 10 ກິໂລແມັດ ແລະແລ່ນຂະບວນການປະເພດ 5 ກິໂລແມັດ. ຜ່ານການແຂ່ງຂັນ, ຜົນປາກົດວ່າ: ປະເພດ 42 ກິໂລແມັດຊາຍ ຫຼຽນຄໍາໄດ້ແກ່ນັກກິລາ Zuzaki Yuuya ຈາກຍີ່ປຸ່ນ; ປະເພດ 42 ກິໂລແມັດຍິງ ຫຼຽນຄໍາໄດ້ແກ່ນັກກິລາ ຟ້າມທິຮົ່ງເລ ຈາກຫວຽດນາມ; ປະເພດ 21 ກິໂລແມັດ ຫຼຽນຄໍາໄດ້ແກ່ນັກກິລາ Hiroki Nakajima ຈາກຍີ່ປຸ່ນ ແລະນັກກິລາ ລໍ່ທິແທງ ຈາກຫວຽດນາມ; ປະເພດ 10 ກິໂລແມັດ ຫຼຽນຄໍາໄດ້ແກ່ນັກກິລາ ເລດິ່ງຕ໋ວນ ແລະຫງວຽນທິເຮືອງ ຈາກຫວຽດນາມ .

leftcenterrightdel
ນັກກິລາເຂົ້າຮ່ວມການແຂ່ງຂັນກິລາແລ່ນມາຣາທອນ ສາກົນດ່ານັ້ງ. ພາບ: ກິມເງິນ.

ປີນີ້, ຄະນະຈັດຕັ້ງໄດ້ບໍລິຈາກເງິນ 10.000 ກວ່າໂດລາສະຫະລັດ ແລະ 37 ລ້ານດົ່ງ ເພື່ອອຸປະຖໍາໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ບັນດາອົງການກຸສົນ, ສັງຄົມຢູ່ນະຄອນດ່ານັ້ງ.

 

ໂດຍ: ຫງວຽນກຸກ