ລາຍງານກັບການນໍາກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ກົມໃຫຍ່ກິລາກາຍຍະກໍາ, ຄະນະກໍາມະການ Olympic ຫວຽດນາມ, ທ່ານ ເຈິ່ນດຶກເຟີ໋ນ, ຫົວໜ້າຄະນະນັກກິລາຫວຽດນາມ ຢືນຢັນວ່າ: “ຄະນະໄດ້ກຽມພ້ອມແລ້ວ, ມີຄວາມເຊື່ອໝັ້ນຕົນເອງເດີນທາງໄປ ອິນໂດເນເຊຍ ປະຕິບັດໜ້າທີ່, ຕັດສິນໃຈຍາດເອົາຫຼຽນຄຳໃຫ້ໄດ້ຢ່າງໜ້ອຍສຸດ 3 ຫຼຽນຢູ່ບັນດາປະເພດກິລາຈຸດສຸມ”.

leftcenterrightdel
ທ່ານ ຫງວຽນງອັກທ້ຽນ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ມອບທຸງໄຊໃຫ້ທ່ານ ເຈິ່ນດຶກເຟີ໊ນ, ຫົວໜ້າຄະນະນັກກິລາຫວຽດນາມ ເຂົ້າຮ່ວມ ASIAD 18.  ພາບ: qdnd.vn.

ທີ່ພິທີເຄື່ອນທັບ, ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຫວັງວ່າຄະນະນັກກິລາຫວຽດນາມ ຈະຍາດໄດ້ບັນດາຜົນງານບຸກທະລຸຢູ່ ASIAD 18.

ທີ່ ASIAD 18, ຫວຽດນາມຈະເຂົ້າຮ່ວມແຂ່ງຂັນຢູ່ 32 ລາຍການ. ຕາມຕາຕະລາງການແຂ່ງຂັນແລ້ວ, ທີມ Olympic ຫວຽດນາມຈະແມ່ນໜຶ່ງໃນບັນດາທີມໄປອິນໂດເນເຊຍ ໄວທີ່ສຸດເມື່ອອອກເດີນທາງແຕ່ສະໜາມບິນສາກົນ ເຕິນເຊີນເຍີດ (ນະຄອນໂຮ່ຈິມິນ) ໃນຕອນເຊົ້າວັນທີ 11 ສິງຫາ.

ໂດຍ: ຮວ່າງເຈື່ອງ