ພາຍຫຼັງທີ່ທີມຊາດ U.23 ຫວຽດນາມ ເປັນເຈົ້າການບຸກໂຈມຕີຄອງບານ, ທີມຊາດ U.23 ອຸດສະເບກິດສະຖານ ກໍ່ຟື້ນຟູຈິດໃຈ, ໃນນາທີທີ 66 ນັກເຕະ Tukhtasinov ຈຶ່ງເປີດປະຕູໃຫ້ແກ່ທີມຊາດ U.23 ອຸດສະເບກິດສະຖານ. ນໍາໜ້າໄປກ່ອນ, ແຕ່ທີມຊາດຫວຽດນາມ ຍາມໃດກໍ່ທຸ່ນທ່ຽງຈັດຕັ້ງເກມບຸກ  ແລະຕີປະຕູສະເໝີ 1-1 ໂດຍການຍິງເຂົ້າປະຕູຂອງນັກເຕະ ວັນດຶກ ໃນນາທີທີ 80. ສະເໝີທີມຊາດ U.23 ອຸດສະເບກິດສະຖານ ດ້ວຍປະຕູ 1-1, ທີມຊາດ U.23 ຫວຽດນາມ ຍາດໄດ້ 7 ຄະແນນ ພາຍຫຼັງແຂ່ງຂັນ 3 ນັດ. ໃນຂະນະນັ້ນ, ທີມຊາດ U.23 ປາແລັດສະຕິນໄດ້ຮອງຊະນະເລີດ ດ້ວຍ 4 ຄະແນນພາຍຫຼັງແຂ່ງຂັນ 3 ນັດ.

leftcenterrightdel
ທີມຊາດ U.23 ຫວຽດນາມ. ພາບ: ຈ້ອງຫາຍ.
leftcenterrightdel
ນັກເຕະ ວັນເຮົ້າ (ເສື້ອສີແດງ) ຕັ້ງໜ້າໜູນຊ່ວຍເກມບຸກ. ພາບ: ຈ້ອງຫາຍ.
leftcenterrightdel
 
leftcenterrightdel
 
leftcenterrightdel
ນັກເຕະ ວັນດຶກ ຕີປະຕູສະເໝີ 1-1. ພາບ: ຈ້ອງຫາຍ.
leftcenterrightdel
 
leftcenterrightdel
 
leftcenterrightdel
ທີມຊາດ U.23 ຫວຽດນາມ ຄວ້າແຊັມການແຂ່ງຂັນບານເຕະສາກົນ U.23. ພາບ: ຈ້ອງຫາຍ.

ພາຍຫຼັງການແຂ່ງຂັນ U.23 ສາກົນ 2018, ຄູຝຶກ Park Hang-seo ກໍ່ຈະເລືອກເອົາລາຍຊື່ນັກເຕະ Olympic ຫວຽດນາມ 20 ຄົນ ແລະຈະມີການຝຶກແອບຢູ່ ບິ່ງເຢືອງ ກ່ອນທີ່ຈະໄປເຂົ້າຮ່ວມ ASIAD 18.

 

ແປໂດຍ: ຫງວຽນກຸກ