leftcenterrightdel
ທີມໝາກຮຸກຍິງຫວຽດນາມ  ຍາດໄດ້ຫຼຽນເງິນໃນການແຂ່ງຂັນໝາກຮຸກຍິງອາຊີ. ພາບ: nld.com.vn.

ເຖິງວ່າທີມຫວຽດນາມ ບໍ່ສາມາດເອົາຊະນະທີມຈີນ ຢູ່ຮອບຄັດເລືອກກໍ່ຕາມ, ແຕ່ທີມໝາກຮຸກຍິງຫວຽດນາມ ກໍ່ມີສີມືດີເມື່ອແຂ່ງຂັນກັບທີມອຸຊເບກິສຖານ, ທີມອິນເດຍ ແລະທີມກາຊັກສະຖານ, ບັນດານັກຫຼີ້ນໝາກຮຸກ: ຟ້າມເລທ໋າວຫງວຽນ ແລະ ຫງວຽນມາຍຮືງ ໄດ້ສຸມສະຕິກຳລັງຂອງຕົນເພື່ອຊ່ວຍໃຫ້ທີມຫວຽດນາມມີ 11 ຄະແນນພາຍຫຼັງແຂ່ງຂັນມາ 7 ຄັ້ງ ແລະສຸດທ້າຍທີມຫວຽກນາມ ຍາດໄດ້ຫຼຽນເງິນໃນການແຂ່ງຂັນໝາກຮຸກຍິງອາຊີ. ທີ່ການແຂ່ງຂັນ, ທີມໝາກຮຸກຊາຍຫວຽດນາມ ພຽງແຕ່ຖືກຈັດຢູ່ອັນດັບທີ່ 10 ໃນຈຳນວນ 14 ທີມເຂົ້າຮ່ວມການແຂ່ງຂັນ.

ແປໂດຍ: ທູຮັ່ງ