ທີມຊາດ U.23 ຫວຽດນາມ (ເນື້ອແທ້ແມ່ນທີມ Olympic ຫວຽດນາມ) ເຂົ້າຮ່ວມດ້ວຍການກະກຽມຢ່າງລະອຽດລະອໍ. ຄູຝຶກ Park Hang seo ຢືນຢັນວ່າ: “ທີມຊາດ U.23 ຫວຽດນາມ ຈະພະຍາຍາມຍາດເອົາໄຊຊະນະ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກເຕະບານສະແດງໃຫ້ເຫັນຄວາມສາມາດຂອງຕົນ. ບັນດາຜູ້ທີ່ມີວາດຊົງ, ຈິດໃຈທີ່ດີຈະໄດ້ຮັບເລືອກເພື່ອເຂົ້າຮ່ວມ ASIAD 18”.

ສ່ວນຄູຝຶກ  A.Sunnatillo ທີມ U.23 Uzbekistan ແບ່ງປັນວ່າ: “ຫວັງວ່າທີມ U.23 Uzbekistan ແລະ U.23 ຫວຽດນາມ ຈະມີກາລະໂອກາດຖອດຖອນບົດຮຽນເຊິ່ງກັນ ແລະກັນຕື່ມອີກ”. ໃນຂະນະນັ້ນ, ຄູຝຶກ Hamed Al-Azani ທີມ U.23 Oman ປາດຖະໜາວ່າ: “ຂ້າພະເຈົ້າຫວັງວ່າບັນດາທີມຊາດບານເຕະຈະແຂ່ງຂັນຢ່າງດີງາມ, ມີຫຼາຍຈັງຫວະທີ່ຈະໄດ້ປະຕູຈັບອົກຈັບໃຈ”.

leftcenterrightdel
ຄູຝຶກ Park Hang seo ໃນການປະຊຸມຂ່າວ. ພາບ: VFF.

ການແຂ່ງຂັນບານເຕະ U.23 ສາກົນ-ຊິງຂັນ VinaPhone 2018 ຈະດໍາເນີນແຕ່ວັນທີ 3 ຫາວັນທີ 7 ສິງຫາ ຢູ່ສະໜາມກິລາ ມີດີ່ງ, ລວມມີ 4 ທີມ: ທີມຊາດ U.23 ຫວຽດນາມ, ທີມ U.23 Uzbekistan, ທີມ U.23 Oman ແລະທີມ U.23 ປາ​ແລດ​ສະຕິ​ນ. ຈະແຂ່ງຂັນນຳກັນເພື່ອຄັດເລືອກທີມຊະນະເລີດ. ໃນເວລາ 19 ໂມງ 30 ນາທີ, ຕອນຄໍ່າວັນທີ 3 ສິງຫາ, ທີມຊາດ U.23 ຫວຽດນາມ ແຂ່ງຂັນກັບທີມ U.23 ປາ​ແລດ​ສະຕິ​ນ.

 

ແປໂດຍ: ເຈິ່ນຮວ່ຽນ