ສະມາຄົມເຕະບານອັງກິດ ເປີດເຜີຍວ່າກໍາລັງພິຈາລະນາເລື່ອງການສະເໜີຕົວຂໍເປັນເຈົ້າພາບເຕະບານໂລກ 2030 ໂດຍລະຫວ່າງນີ້ທຸກຢ່າງຍັງຢູ່ໃນຂັ້ນຕອນຂອງການກຽມວຽກ.

leftcenterrightdel
 ພາບປະກອບຈາກ: vientianemai.net.

ສໍາລັບລາຍການລະດັບໃຫຍ່ຄັ້ງຫຼ້າສຸດທີ່ຈັດຂຶ້ນໃນອັງກິດ ຄື ເຕະບານເອີໂຣ 1996 ແລະຫາກພວກເຂົາປະສົບຄວາມສໍາເລັດໃນການຂໍເປັນເຈົ້າພາບເຕະບານໂລກ 2030 ກໍ່ຈະເປັນຄັ້ງທີ 2 ໃນປະຫວັດສາດທີ່ມະຫະກໍາເຕະບານໂລກຖືກຈັດຂຶ້ນໃນອັງກິດ ທີ່ເຄີຍເປັນເຈົ້າພາບມາແລ້ວຄັ້ງໜື່ງໃນເຕະບານໂລກ 1966 ທີ່ພວກເຂົາຄວ້າແຊັມໂລກມາຄອງໄດ້ເປັນຄັ້ງທໍາອິດ ແລະຄັ້ງດຽວກະທັ່ງປັດຈຸບັນ.

ທັ້ງນີ້ ນອກຈາກອັງກິດແລ້ວ, ອາກຊັງຕິນ, ປາຣາກວາຍ ແລະອຸຣຸກວາຍ ກໍ່ວາງແຜນຈະສະເໜີຕົວຂໍເປັນເຈົ້າພາບຮ່ວມເຕະບານໂລກ 2030 ເຊັ່ນກັນຂະນະທີ່ ໂມຣົກ ກໍ່ກຽມຈະກັບມາລຸ້ນອີກຄັ້ງ ໂດຍອາດຈະຂໍເປັນເຈົ້າພາບຮ່ວມກັບ ຕູນິຊີ ແລະ ອານຈີເລ.

ເນື້ອໃນ: ວຽງຈັນໃໝ່