ພວກເຮົາຈົ່ງຫວນຄືນໄລຍະທາງພາໄປເຖິງການຄວ້າໄດ້ແຊັມ World Cup 2018 ຂອງທີມຊາດ ຝລັ່ງ.

ນັດທໍາອິດທີມຊາດ ຝລັ່ງ ພົບກັບທີມຊາດ ອົດສະຕາລີ. ນັກເຕະບານ Griezmann ແລະ Paul Pogba ຂອງທີມຊາດຝລັ່ງຍິງໄດ້ 2 ປະຕູ, ຊະນະທີມຊາດ ອົດສະຕາລີ ດ້ວຍ 2-1.

ນັດທີ 2, Les Bleus ຊະນະທີມຊາດ ເປຣູ ຫວຸດຫວິດດ້ວຍ 1-0 ປະຕູ, ຜູ້ຍິງປະຕູແມ່ນ Kylian Mbappe. ດ້ວຍໄຊຊະນະສອງນັດທີມຊາດ ຝລັ່ງ ເຂົ້າຮອບ knock-out 16 ທີມ.

ຢູ່ຮອບແບ່ງກຸ່ມນັດສຸດທ້າຍ, ທີມຊາດ ຝລັ່ງ ແລະທີມຊາດ ເດນມາກ ສະເໝີກັນດ້ວຍ 0-0 ປະຕູ. ດ້ວຍ 1 ຄະແນນນີ້, ເດນມາກ ກໍ່ຍາດໄດ້ປີ້ເຂົ້າຮອບຕັດເຊືອກ 16 ທີມ.

ຮອບຕັດເຊືອກ 16 ທີມ:

ການແຂ່ງຂັນລະຫວ່າງທີມຊາດ ຝລັ່ງ ແລະທີມຊາດ ອາກຊັງຕີນ ເປີດສາກໃຫ້ຮອບຕັດເຊືອກ 16 ທີມຢູ່ World Cup 2018. ທີມຊາດ ຝລັ່ງ ໄດ້ຊະນະທີມຊາດ ອາກຊັງຕີນ ດ້ວຍ 4-3 ປະຕູ, ທີມຊາດ ຝລັ່ງ ເຂົ້າຮອບ 8 ທີມ.

leftcenterrightdel
ທີມຊາດ ຝລັ່ງ ຄວ້າໄດ້ແຊັມ World Cup 2018. ພາບ: Telegraph.

ຮອບ 8 ທີມ:

ບັນດານັກເຕະບານຂອງຄູຝຶກ Deschamps ໄດ້ຊະນະທີມຊາດ ອູຣູກວາຍ ດ້ວຍ 2-0 ປະຕູ. ຜູ້ຍິງເຂົ້າປະຕູແມ່ນນັກເຕະບານ Varane ແລະ Griezmann.

ຮອບຮອງຊະນະເລີດ:

ທີມຊາດ ຝລັ່ງ ໄດ້ຊະນະທີມຊາດ ແບນຊິກ ຫວຸດຫວິດດ້ວຍ 1-0 ປະຕູ, ຜູ້ຍິງເຂົ້າປະຕູແມ່ນນັກເຕະບານ Umtiti ແລະໄດ້ເຂົ້າຮອບຊິງຊະນະເລີດ ເທື່ອທີ 3 ໃນການແຂ່ງຂັນ World Cup 6 ຄັ້ງ (ປີ 1998, 2006 ແລະ 2018).

leftcenterrightdel
ບັນດານັກເຕະບານຂອງທີມຊາດ ຝລັ່ງ ເຊີດຊູຄູຝຶກ Didier Deschamps. ພາບ: FIFA.

ຮອບຊິງຊະນະເລີດ:

ທີມຊາດ ຝລັ່ງ ຊະນະທີມຊາດ ກຣົວຊີ ດ້ວຍ 4-2 ປະຕູຊ່ວຍທີມຊາດ ຝລັ່ງ ຄວ້າໄດ້ແຊັມ World Cup 2018. ນີ້ແມ່ນເທື່ອທີ 2 ທີ່ທີມຊາດ ຝລັ່ງ ຄວ້າໄດ້ແຊັມບານເຕະໂລກ; ເທື່ອທີ 1 ແມ່ນປີ 1998 ໂດຍຝລັ່ງ ເປັນປະເທດເຈົ້າພາບ.

ແປໂດຍ: ຫງວຽນກຸກ