leftcenterrightdel
ທີມເຢຍລະມັນ ຖືກຕົກຮອບຍ້ອນບໍ່ຮັກສາໄດ້ສີສັນສະເພາະຂອງຕົນ. ພາບ: FIFA.

ທີມ ສ.ເກົາຫຼີ ໄດ້ຊະນະນັດທໍາອິດທີ່ World Cup 2018 - ແຕ່ກໍ່ແມ່ນນັດສຸດທ້າຍໃນການແຂ່ງຂັນຂອງເຂົາເຈົ້າ, ນີ້ກໍ່ແມ່ນໄຊຊະນະປະຫວັດສາດຂອງບານເຕະ ສ.ເກົາຫຼີ. ໃນຂະນະທີ່ແຟນບານຂອງ ສ.ເກົາຫຼີ ພວມພາກພູມໃຈຕໍ່ຜົນອັນມະຫັດສະຈັນຂອງທີມບານເຕະປະເທດຕົນນັ້ນ, ແຟນບານຂອງ ເຢຍລະມັນ ບໍ່ກ້າປະເຊີນໜ້າຕໍ່ກັບຄວາມຈິງທີ່ວ່າ: ທີມແຊ໋ມໂລກ ໄດ້ກາຍເປັນອະດີດແຊ໋ມໂລກນັບແຕ່ຮອບຄັດເລືອກ. ນີ້ແມ່ນຄວາມເຈັບແສບສໍາລັບທີມ ເຢຍລະມັນ ຍ້ອນຄວາມຫຍຸ້ງເຫຍືອງກ່ຽວກັບບຸກຄະລາກອນ ແລະບັນຫາພາຍໃນ.

 

ແປໂດຍ: ທູຈາງ