leftcenterrightdel
Suarez ສະແດງຄວາມເບີກບານມ່ວນຊື່ນເມື່ອຍິງເຂົ້າປະຕູທີມຊາດ ລັດເຊຍ. ພາບ: FIFA.

ການເສຍໃຫ້ ອູລູໄຫວ ໃນຄັ້ງນີ້ສ່ວນຫຼາຍແມ່ນຍ້ອນຄະນະຄູຝຶກທີມບານ ລັດເຊຍ ເມື່ອເຂົ້າເຈົ້າຕີລາຄາຄວາມສາມາດຂອງທີມຊາດ ອູລູໄກວ Samedov, Miranchuk, Cheryshev... ບໍ່ຖືກ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ເຂົາເຈົ້າຮູ້ດີຄວາມສາມາດຂອງຕົນ, ແຟນບານ ລັດເຊຍ ກໍ່ບໍ່ຕົກຢູ່ໃນຄວາມໄຝ່ຝັນອີກ. ບັນດານັກເຕະ ລັດເຊຍ ໄດ້ກັບຄືນສະພາບຕົວຈິງເມື່ອເສຍໃຫ້ ອູລູໄກວ 0-3. ທີມຊາດ ລັດເຊຍ ແລະຄູຝຶກ Cherchesov ຕ້ອງຂອບໃຈທີມຊາດ ອູລູໄກວ ເມື່ອທີມນີ້ໄດ້ແຂ່ງຂັນດີທີ່ສຸດ ແລະສິ່ງສໍາຄັນກວ່ານັ້ນແມ່ນ, Torreira, Bentacur, Vecino, Suarez, Cavani ໄດ້ເຕະບານຢ່າງສຸດຈິດສຸດໃຈ, ຜ່ານການຖະຫຼົ່ມ ລັດເຊຍ 3-0, ອູລູໄກວ ໄດ້ຢືນອັນດັບທີໜຶ່ງກຸ່ມ A ດ້ວຍ 9 ຄະແນນ. ພາຍຫຼັງໄດ້ຮັບຊະນະ 3 ນັດ.

 

ແປໂດຍ: ເກື່ອງດັ້ງ