leftcenterrightdel
ບັນດາຂັນບານໂລກເຮັດດ້ວຍຫີນກາວທີ່ມີຮູບຊົງຄ້າຍຄືຂັນບານໂລກ FIFA World Cup ແທ້. ພາບ: ຫງວຽນຮ່ຽນ.

ເຈົ້າຂອງໂຮງງານປະດິດສ້າງຂັນບານໂລກນີ້ ແມ່ນນັກສິລະປິນ ເວືອງຮົ່ງເຍິດ (ໝູ່ບ້ານດິນເຜົາ ບາດຈາງ, ຮ່າໂນ້ຍ). ຕາມໄດ້ຮັບຊາບແລ້ວ, ໃນລະດູ World Cup ນີ້, ຄອບຄົວຂອງນັກສິລະປິນ ເວືອງຮົ່ງເຍິດ ໄດ້ຜະລິດຂັນບານໂລກ FIFA World Cup 3.000 ໜ່ວຍ, ແຕ່ລະໜ່ວຍມີລາຄາ 80.000 ດົ່ງ. ລູກຄ້າຂອງນັກສິລະປິນ ເວືອງຮົ່ງເຍິດ ມີຫຼາຍເກນອາຍຸ, ນັບແຕ່ເດັກນ້ອຍຕະຫຼອດຮອດຜູ້ມີອາຍຸສູງ; ຢູ່ບັນດາທ້ອງຖິ່ນໃກ້ຄຽງກໍ່ຄືບັນດາແຂວງຢູ່ຫ່າງໄກ. ຊໍ້າບໍ່ໜໍາມີຜູ້ສັ່ງຊື້ຂັນບານໂລກດ້ວຍຈໍານວນຫຼາຍ ເພື່ອນຳໄປລັດເຊຍ ຂາຍໃຫ້ແຟນບານສາກົນ.

 

ແປໂດຍ: ຫງວຽນກຸກ