leftcenterrightdel
ບັນດານັກກິລາແຂ່ງຂັນໃນໄລຍະທາງຍາວ 1.000 ແມັດ - ເຮືອຊາຍ 12 ຄົນ. ພາບ: ສຳນັກຂ່າວສານຫວຽດນາມ.

ການແຂ່ງຂັນປີນີ້ ໄດ້ດຶງດູດນັກກິລາກວ່າ 100 ຄົນທີ່ມາຈາກ 6 ແຂວງ, ນະຄອນມີທີມຊ່ວງເຮືອແຂງແຮງໃນທົ່ວປະເທດ. ການແຂ່ງຂັນໄດ້ດຳເນີນໃນ 2 ວັນ, ບັນດານັກກິລາຈະແຂ່ງຂັນດ້ວຍໄລຍະທາງຍາວ 200 ແມັດ, 500 ແມັດ ແລະ 1.000 ແມັດ. ໃນແຕ່ລະໄລຍະມີບັນດາລາຍການແຂ່ງຂັນ, ລວມມີ: ເຮືອຊາຍ 12 ຄົນ; ເຮືອຍິງ 12 ຄົນ; ເຮືອຊາຍ 22 ຄົນ; ເຮືອຍິງ 22 ຄົນ ແລະເຮືອຊາຍ ແລະຍິງປະສົມ... ການແຂ່ງຂັນແມ່ນໂອກາດເພື່ອໃຫ້ບັນດານັກກິລາພົບປະແລກປ່ຽນ, ແບ່ງປັນບົດຮຽນ, ພ້ອມທັງຕີລາຄາການຈັດຕັ້ງຂະບວນການຊ່ວງເຮືອຢູ່ທ້ອງຖິ່ນຕ່າງໆ.

ແປໂດຍ: ທູຮັ່ງ