leftcenterrightdel
ທ່ານ ເຈິ່ນດຶກເຟິນ, ຮອງຫົວໜ້າກົມໃຫຍ່ກິລາ-ກາຍະກໍາ ກ່າວຄໍາເຫັນການປະຊຸມຂ່າວ. ພາຍ: laodong.vn.

ສະຫະພັນບານສົ່ງຫວຽດນາມ ແຈ້ງຂ່າວວ່າ, ແຕ່ວັນທີ 25-31  ພຶດສະພາ, ຢູ່ແຂວງ ຮ່ານາມ ຈະດໍາເນີນງານແຂ່ງຂັນບານສົ່ງຊາຍສາກົນອາຊີ 2018, ລວມມີບັນດາທີມທີ່ມາຈາກ ຈີນ, ສະໂມສອນ Burevesnik (ກາຊັກສະຖານ), ອິນໂດເນເຊຍ, ມຽນມາ, ໄທ ແລະທີມຂອງປະເທດເຈົ້າພາບຫວຽດນາມ. ນີ້ແມ່ນງານແຂ່ງຂັນເພື່ອແນໃສ່ສ້າງກາລະໂອກາດແຂ່ງຂັນໃຫ້ແກ່ທີມຊາດ ຫວຽດນາມ ກ່ອນທີ່ຈະເຂົ້າຮ່ວມງານແຂ່ງຂັນອາຊີ ກໍ່ຄື ງານມະຫາກຳກິລາ Asian Games 18, ເຊິ່ງຈະຈັດຕັ້ງຢູ່ ອິນໂດເນເຊຍ ໃນເດືອນ ສິງຫາ ຈະມາເຖິງ.

 

ແປໂດຍ: ຫງວຽນກຸກ