leftcenterrightdel
ບັນດານັກກິລາແຂ່ງຂັນບານສົ່ງ. ພາບ: ຮຸ່ງຄວາ - ເລກູ໋ກ.

ເຂົ້າຮ່ວມງານແຂ່ງຂັນມີນັກກິລາກວ່າ 250 ຄົນເຊິ່ງແມ່ນສຳມະນາກອນທີ່ພວມບຳບັດຢາເສບຕິດຢູ່ 9 ກົມກອງທີ່ສັງກັດກຳລັງຊາວໜຸ່ມຕະລຸມບອນ ແລະພະແນກແຮງງານ, ທະຫານເສຍອົງຄະ ແລະສັງຄົມນະຄອນ. ບັນດານັກກິລາແຂ່ງຂັນບານເຕະ, ບານສົ່ງ, ປິ່ງປ່ອງ, ບິນລຽດ, ດຶງເຊືອກ.

leftcenterrightdel
ຄະນະຈັດຕັ້ງມອບທຸງເປັນທີ່ລະນຶກໃຫ້ບັນດາກົມກອງເຂົ້າຮ່ວມງານແຂ່ງຂັນ. ພາບ: ຮຸ່ງຄວາ - ເລກູ໋ກ.

ງານແຂ່ງຂັນໄດ້ປະກອບຊ່ວຍສຳມະນາກອນຝຶກຝົນຫຼໍ່ຫຼອມສຸຂະພາບ ແລະຄຸນສົມບັດ, ເສີມຂະຫຍາຍພອນສະຫວັນດ້ານກິລາ-ກາຍະກຳຢູ່ບັນດາກົມກອງທີ່ເຮັດວຽກງານບຳບັດຢາເສບຕິດສັງກັດກຳລັງຊາວໜຸ່ມຕະລຸມບອນ ແລະພະແນກແຮງງານ, ທະຫານເສຍອົງຄະ ແລະສັງຄົມນະຄອນ. ພ້ອມທັງ, ກໍ່ສ້າງສາຍພົວພັນສາມັກຄີ, ສະໜິດຕິດພັນ, ແລກປ່ຽນບົດຮຽນລະຫວ່າງບັນດາກົມກອງຄຸ້ມຄອງສຳມະນາກອນ ເພື່ອແນໃສ່ຈັດຕັ້ງການເຄື່ອນໄຫວກິລາ-ກາຍະກຳອັນອຸດົມສົມບຸນໃນໄລຍະຈະມາເຖິງ.

 

ແປໂດຍ: ທູຮັ່ງ