ນີ້ແມ່ນການເຄື່ອນໄຫວແທດຈິງສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975/30-4-2018) ແລະສະເຫຼີມສະຫຼອງ 132 ປີແຫ່ງວັນກຳມະກອນສາກົນ.

leftcenterrightdel
ບັນດານັກກິລາ ເລີ່ມຕົ້ນການແຂ່ງຂັນ. ພາບ: ເລກູ໋ກ.

ເຂົ້າຮ່ວມການແຂ່ງຂັນມີນັກກິລາ 1.800  ຄົນມາຈາກກອງບັນຊາການ ນະຄອນ ໂຮ່ຈິມິນ, ມະຫາວິທະຍາໄລຕໍາຫຼວດປະຊາຊົນ, ຕໍາຫຼວດຕ້ານ ແລະສະກັດກັ້ນອັກຄີໄພ, ກໍາລັງທະຫານລາດປ້ອງກັນຕົວຂອງ 24 ເມືອງ ແລະຊາວໜຸ່ມ, ເຍົາວະຊົນອະນຸຊົນໃນບໍລິເວນນະຄອນ ໂຮ່ຈິມິນ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ຄະນະຈັດຕັ້ງມອບລາງວັນໃຫ້ແກ່ບັນດານັກກິລາມີຜົນງານສູງ. ພາບ: ເລກູ໋ກ.

ບັນດານັກກິລາເຂົ້າຮ່ວມການແຂ່ງຂັນໄດ້ແບ່ງເປັນ 9 ເທື່ອແລ່ນ, ຕາມແຕ່ລະລາຍການຊາຍ, ຍິງ, ແຕ່ 4 ກິໂລແມັດຫາ 6 ກິໂລແມັດເຊິ່ງຂຶ້ນກັບເກນອາຍຸໃນເສັ້ນທາງ ຮວ່າງຊາ-ເຈື່ອງຊາ (ເມືອງ ຟູ໋ຍ້ວນ). ພາຍຫຼັງການແລ່ນແຕ່ລະເທື່ອ, ຄະນະຈັດຕັ້ງຈະດໍາເນີນການມອບລາງວັນໃຫ້ແກ່ບັນດາສ່ວນບຸກຄົນ, ໝູ່ຄະນະມີຜົນງານສູງ.

 

ແປໂດຍ: ເຈິ່ນຮວ່ຽນ