World Soccer ແມ່ນໜັງສືພິມກິລາທີ່​ມີອິດ​ທິ​ພົນ​ຊື່​ສຽງມາແຕ່ດົນນານຢູ່ລາຊະອານາຈັກ ອັງກິດ. ເພື່ອເລືອກເອົານັກເຕະບານ 500 ຄົນທີ່ມີຜົນສະທ້ອນທ່ີສຸດໃນໂລກ, World Soccer ໄດ້ອີງຕາມບັນດາມາດຖານແມ່ນກໍາລັງແຮງຂອງທີມບານເຕະທີ່ນັກເຕະບານເປັນສະມາຊິກ, ພື້ນຖານການບານເຕະເຊິ່ງສະໂມສອນນັ້ນພວມເຂົ້າຮ່ວມການແຂ່ງຂັນ, ຜົນສະທ້ອນຂອງນັກເຕະບານຢູ່ສະໂມສອນນັ້ນກໍ່ຄືຢູ່ບັນດາທີມຊາດ...

leftcenterrightdel
ນັກເຕະບານ ຫງວຽນກວາງຫາຍ (ເບື້ອງຂວາ) ເຊິ່ງ AFC ຕີລາຄາວ່າແມ່ນ “ນັກເຕະຫລີ້ນໃນຕຳແໜ່ງປີກຊ້າຍດີທີ່ສຸດ” ຮອບຊີງຊະນະເລີດ U.23 ອາຊີ ປີ 2018. ພາບ: AFC.

ທີ່ຮອບຊີງຊະນະເລີດ U.23 ອາຊີ ປີ 2018, ນັກເຕະບານ ຫງວຽນກວາງຫາຍ ຍິງເຂົ້າປະຕູໄດ້ 5 ລູກ, ປະກອບສ່ວນຢ່າງໃຫຍ່ຫຼວງຊ່ວຍໃຫ້ທີມບານເຕະຂອງຄູຝຶກ Park Hangseo ຍາດໄດ້ອັນດັບທີສອງຂອງທະວີບ. ການຍິງລູກໂທດເຂົ້າປະຕູຂອງ U.23 Uzbekistan ໃນຮອບຊີງຊະນະເລີດຂອງນັກເຕະບານ ຫງວຽນກວາງຫາຍ ໄດ້ຮັບການຄັດເລືອກວ່າແມ່ນລູກບານທີ່ຍິງເຂົ້າປະຕູງາມທີ່ສຸດໃນການແຂ່ງຂັນ.

 

ແປໂດຍ: ຈາງຫງວຽນ