ງານແຂ່ງຂັນມີການເຂົ້າຮ່ວມຂອງບັນດານັກກິລາແຖວໜ້າຢູ່ພາກພື້ນ ແລະໃນໂລກທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຫວຽດນາມ ແຂ່ງຂັນສອງລາຍການແມ່ນ Carom 1 ແລະCarom 3.

leftcenterrightdel
ນັກກິລາ ຫງວຽນກ໋ວກຫງ້ວຽນ ແມ່ນຄວາມຫວັງຂອງປະເທດເຈົ້າພາບໃນງານແຂ່ງຂັນປີນີ້. ພາບ: thethaovanhoa.vn.

ທີ່ພິທີໄຂ, ທ່ານ Sam Huyn Nam, ປະທານສະຫະພັນ Billiards ອາຊີ ໃຫ້ຮູ້ວ່າ: ສໍາລັບບັນດານັກກິລາ, ໝາກຜົນໃນການແຂ່ງຂັນຄັ້ງນີ້ຈະຖືກນຳໃຊ້ເພື່ອຈັດອັນດັບໃນຕາຕະລາງຈັດອັນດັບຂອງສະຫະພັນ Billiards ໂລກ (UMB). ນອກຈາກນັ້ນ, ການແຂ່ງຂັນຈະນໍາມາເຊິ່ງກາລະໂອກາດໃຫ້ບັນດານັກກິລາໄດ້ລອດເຂົ້າກຸ່ມນັກກິລາດີເດັ່ນຂອງການແຂ່ງຂັນຕ່າງໆໃນລະບົບ UMB ແລະອາດສາມາດໄດ້ຮັບເຊີນເຂົ້າຮ່ວມການແຂ່ງຂັນຄັ້ງຕໍ່ໄປ.

ພາຍຫຼັງພິທີໄຂ, ແມ່ນການແຂ່ງຂັນຢູ່ລາຍການ Carom 1 ດ້ວຍຮູບການຄັດເລືອກໂດຍກົງ. ນັກກິລາ Choi Sung Won (ສ.ເກົາຫຼີ) ໄດ້ຊະນະນັກກິລາ Mizutani  Kouji (ຍີ່ປຸ່ນ) ດ້ວຍຄະແນນ 100 - 43. ນັກກິລາ ໂງດີ່ງນ້າຍ (ຜູ້ຊະນະເລີດ ອາຊີ ປີ 2016 ດ້ວຍລາຍການ Carom 1 ແລະCarom 3) ໄດ້ຊະນະນັກກິລາ ຫງວຽນວັນດຶກ ດ້ວຍຄະແນນ 100 – 51. ພິເສດ, ນັກກິລາ ຟ້າມກ໋ວກຕ໋ວນ (ຫວຽດນາມ) ໄດ້ຊະນະນັກກິລາ Machida Tadashi (ຍີ່ປຸ່ນ) ດ້ວຍຄະແນນ 100-61.

ວັນທີ 5 ເມສາ, ການແຂ່ງຂັນຮອບຮອງຊະນະເລີດ ແລະຊີງຊະນະເລີດ ດ້ວຍລາຍການ Carom 1.

 

ແປໂດຍ: ເຈິ່ນຮວ່ຽນ