ນີ້ແມ່ນການແຂ່ງຂັນທີ່ເປັນມູນເຊື້ອນອນໃນລະບົບແຂ່ງຂັນແຫ່ງຊາດທີ່ສະຫງວນໃຫ້ບັນດານັກກິລາຍິງ, ໂດຍບໍລິສັດຫຸ້ນສ່ວນສິ່ງແວດລ້ອມ-ນໍ້າບິ່ງເຢືອງ ສົມທົບກັບສະຫະພັນລົດຖີບ-ລົດຈັກ ຫວຽດນາມ ຈັດຕັ້ງປະຈໍາປີເນື່ອງໃນໂອກາດວັນແມ່ຍິງສາກົນວັນທີ 8 ມີນາ.

leftcenterrightdel
ບັນດານັກກິລາຍິງເຂົ້າຮ່ວມການແຂ່ງຂັນລົດຖີບຍິງສາກົນ ບິ່ງເຢືອງ-2018. ພາບ: ກວາງລຽມ.

ການແຂ່ງຂັນໄດ້ດຶງດູດນັກກິລາຍິງກວ່າ 90 ຄົນມາຈາກ 18 ທີມແຂ່ງຂັນທັງພາຍໃນ ແລະຕ່າງປະເທດ. ບັນດານັກກິລາຍິງເຂົ້າຮ່ວມແຂ່ງຂັນດ້ວຍໄລຍະທາງແຂ່ງຂັນ 9 ຕອນລວມມີໄລຍະທາງ 841 ກິໂລແມັດ, ໄປຜ່ານບັນດາແຂວງ, ນະຄອນ ຄື: ດົ່ງນາຍ, ເລິມດົ່ງ, ແຄ໋ງຮວ່າ, ນິງຖ້ວນ, ບ່າເຣ້ຍ-ຫວູງເຕົ່າ, ບິ່ງເຢືອງ... ມູນຄ່າທັງໝົດຂອງລາງວັນແມ່ນ 400 ລ້ານດົ່ງ, ໃນນັ້ນນັກກິລາຜູ້ໃດຍາດໄດ້ລາງວັນເສື້ອສີເຫຼືອງແມ່ນໄດ້ຮັບລາງວັນ 45 ລ້ານດົ່ງ.

ການແຂ່ງຂັນຈະສິ້ນສຸດລົງໃນວັນທີ 16 ມີນາ.

 

ແປໂດຍ: ເກື່ອງດັ້ງ