ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ກໍ່ສະເໜີພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວບັນດາແຂວງ, ນະຄອນຊີ້ນໍາບັນດາຕາແສງ, ເທດສະບານເມືອງໃນບໍລິເວນ, ສ້າງຕັ້ງຄະນະຈັດຕັ້ງ, ສ້າງແຜນການ, ຜັນຂະຫຍາຍການຈັດຕັ້ງວັນແລ່ນ Olympic ແລະບັນດາການເຄື່ອນໄຫວກິລາກາຍຍະກໍາໃນທຸກຕາແສງ, ເມືອງ, ເທດສະບານເມືອງ.

leftcenterrightdel
ພາບປະກອບຈາກ: dangcongsan.vn

ສົມທົບກັບບັນດາກົມກອງກ່ຽວຂ້ອງປຸກລະດົມແຫຼ່ງຊັບພະຍາກອນມະນຸດທີ່ພວມກໍາລັງດຳລົງຊີວິດ, ເຮັດວຽກຢູ່ບໍລິເວນພ້ອມກັນເຂົ້າຮ່ວມຢ່າງສຸດຂີດ. ສຳລັບບັນດາຮາກຖານການສຶກສາທີ່ຂຶ້ນກັບກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ແມ່ນໃຫ້ສ້າງແຜນການ, ຈັດຕັ້ງວັນແລ່ນ Olympic ແລະບັນດາການເຄື່ອນໄຫວກິລາກາຍຍະກໍາຂອງກົມກອງຕົນໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ, ຮັບປະກັນການປະຢັດມັດທະຍັດ, ມີປະສິດທິຜົນ, ປຸກລະດົມນັກສຶກສາໃຫ້ເຂົ້າຮ່ວມຫຼາຍທີ່ສຸດ.

 

ແປໂດຍ: ເກື່ອງດັ້ງ