ເປີດສາກພິທີແມ່ນລາຍການສະແດງສິລະປະທີ່ມີສີສັນພິເສດຂອງປະເທດເຈົ້າພາບ ແລະການຍິງບັ້ງໄຟດອກທີ່ມີສີສັນຫຼາກຫຼາຍ. ໃນບັນຍາກາດເບີກບານມ່ວນຊື່ນ, ທ່ານ Thomas Bach ປະທານຄະນະກໍາມະການ Olympic ໄດ້ມອບຫຼຽນໄຊໃຫ້ບັນດານັກກິລາຍິງປະເພດຫຼິ້ນສະກີ, ປະເພດແຂ່ງຂັນສຸດທ້າຍຂອງ Olympic PyeongChang 2018 ແລະຖະແຫຼງອັດງານມະຫາກຳກິລານີ້. ຖັດຈາກນັ້ນແມ່ນການມອບທຸງໃຫ້ປະເທດເຈົ້າພາບງານມະຫາກຳກິລາໂອລິມປິກລະດູໜາວປີ 2022,  ທີ່ຈະດໍາເນີນຢູ່ ປັກກິ່ງ, ສປ. ຈີນ.

leftcenterrightdel
 
leftcenterrightdel
ບັນຍາກາດພິທີອັດງານມະຫາກຳກິລາໂອລິມປິກລະດູໜາວ 2018. ພາບ: pyeongchang 2018.com

ພາຍຫຼັງ 17 ວັນແຫ່ງການແຂ່ງຂັນຢ່າງຟົດຟື້ນ, ງານມະຫາກຳກິລາໂອລິມປິກລະດູໜາວປີ 2018 ໄດ້ອັດລົງດ້ວຍລາງວັນທີໜຶ່ງທົ່ວຄະນະແມ່ນຂຶ້ນກັບຄະນະກິລາ ນອກແວ ດ້ວຍ 14 ຫຼຽນຄຳ,  14 ຫຼຽນເງິນ ແລະ 11 ຫຼຽນທອງ. ຈັດຢູ່ອັນດັບທີສອງແມ່ນຄະນະກິລາ ເຢັຍລະມັນ ດ້ວຍ 14 ຫຼຽນຄຳ,  10 ຫຼຽນເງິນ ແລະ 7 ຫຼຽນທອງ. ຄະນະກິລາ ການາດາ ຖືກຈັດອັນດັບທີສາມດ້ວຍ 11 ຫຼຽນຄຳ, 8 ຫຼຽນເງິນ ແລະ 10 ຫຼຽນທອງ. ສ່ວນຄະນະກິລາປະເທດເຈົ້າພາບ ສ.ເກົາຫຼີ ຢືນອັນດັບທີເຈັດ ດ້ວຍ 5 ຫຼຽນຄຳ,  8 ຫຼຽນເງິນ ແລະ 4 ຫຼຽນທອງ.

ງານມະຫາກຳກິລາໂອລິມປິກລະດູໜາວ PyeongChang 2018 ມີການເຂົ້າຮ່ວມຂອງນັກກິລາເກືອບ 3.000 ຄົນທີ່ມາຈາກເກືອບ 100 ປະເທດ ແລະເຂດແຄວ້ນໃນໂລກ. ບັນດານັກກິລາແຂ່ງຂັນເພື່ອຍາດເອົາຫຼຽນ 102 ຊຸດໃນການແຂ່ງຂັນກິລາ 15 ປະເພດ. ນີ້ແມ່ນຄັ້ງທໍາອິດໃນປະຫວັດສາດ, ທີ່ງານມະຫາກຳກິລາໂອລິມປິກລະດູໜາວໄດ້ນໍາໃຊ້ເຕັກໂນໂລຢີ 5G, ອະນຸຍາດໃຫ້ຜູ້ນໍາໃຊ້ເຂົ້າອິນເຕີເນັດດ້ວຍຄວາມໄວສູງ...

 

ແປໂດຍ: ຫງວຽນກຸກ