leftcenterrightdel
ນັກປັ່ນລົດຖີບ ຫງວຽນທິເທິດ. ພາບ: thethao.tuoitre.vn

ສຳລັບລາຍການແຂ່ງຂັນນີ້ມີນັກປັ່ນລົດຖີບ 27 ຄົນເຂົ້າຮ່ວມ, ທີມຫວຽດນາມ ມີການເຂົ້າຮ່ວມຂອງນາງສາວ 3 ຄົນແມ່ນ ຫງວຽນທິເທິດ, ຫງວຽນທິທີ ແລະຟານທິລ໊ຽວ. ຍ້ອນໄດ້ຮັບການໜູນຊ່ວຍຈາກບັນດານັກປັ່ນລົດຖີບໃນທີມ ແລະຄວາມສາມາດໂດດເດັ່ນຂອງຕົນ, ຫງວຽນທິເທິດ ໄດ້ຜ່ານຜ່ານັກປັ່ນລົດຖີບໄຕ້ຫວັນ 2 ຄົນແມ່ນ Huang Tung Ying ແລະ Chang Yao ເພື່ອຍາດໄດ້ຫຼຽນຄໍາດ້ວຍຜົນງານເວລາ 3 ຊົ່ວໂມງ 11 ນາທີ 59 ວິນາທີ. ນີ້ແມ່ນຫຼຽນຄໍາທໍາອິດຂອງລົດຖີບຍິງຫວຽດນາມໃນການແຂ່ງຂັນທະວີບ. ກ່ອນໜ້ານັ້ນໃນປີ 2000, ນັກປັ່ນລົດຖີບຊາຍ ເຈືອງກ໋ວກທັ໋ງ ຍາດໄດ້ຫຼຽນຄໍາ ອາຊີ.

 

ແປໂດຍ: ເຈິ່ນຮວ່ຽນ