ຕາມນັ້ນແລ້ວ, ການແຂ່ງຂັນຈະດໍາເນີນແຕ່ວັນທີ 3 ເຖິງວັນທີ 4 ກຸມພາ, ທີ່ສະໂມສອນກິລາ ຮວ່າງມາຍ, ຮ່າໂນ້ຍ. ປີນີ້, ຄະນະຈັດຕັ້ງຕັດສິນເພີ່ມລາຍການແຂ່ງຂັນສຳລັບນັກກິລາຍິງຕື່ມອີກ, ຜ່ານນັ້ນການແຂ່ງຂັນມີນັກກິລາຊາຍ 16 ຄົນ, ນັກກິລາຍິງ 16 ຄົນ. ໃນບັນດານັກກິລາເຂົ້າຮ່ວມການແຂ່ງຂັນຄັ້ງນີ້ມີນັກກິລາປິ່ງປ່ອງດີເດັ່ນຈຳນວນໜຶ່ງຄື: ເລຕ໋ຽນດ້າດ (ກອງທັບ), ຫງວຽນແອງຕູ໋ (ຮ່າໂນ້ຍ T&T), ຫງວຽນທິງາ (ຮ່າໂນ້ຍ).

leftcenterrightdel
ການປະຊຸມຂ່າວແນະນໍາການແຂ່ງຂັນປິ່ງປ່ອງລະດັບສູງຄັ້ງທີ II ປີ 2018. ພາບ: ຮືວເຈືອງ

ຢູ່ແຕ່ລະລາຍການແຂ່ງຂັນດ່ຽວຊາຍ, ດ່ຽວຍິງຈະແບ່ງເປັນ 4 ສາຍ, ແຕ່ລະສາຍມີນັກກິລາ 4 ຄົນ. ຈະແຂ່ງຂັນນຳກັນ ເພື່ອສາຍລະເລືອກເອົານັກກິລາ 2 ຄົນເຂົ້າຮອບຄັດເລືອກໂດຍກົງ (7 ແຊັກຊະນະ 4). ລາງວັນທີໜຶ່ງໃຫ້ຜູ້ໄດ້ຮັບຊະນະເລີດດ່ຽວຊາຍ, ດ່ຽວຍິງ, ແມ່ນ 60 ລ້ານດົ່ງ/ຄົນ. ລາງວັນທີສອງແມ່ນ 40 ລ້ານດົ່ງ/ຄົນ ແລະລາງວັນທີສາມແມ່ນ 20 ລ້ານດົ່ງ/ຄົນ.

ການແຂ່ງຂັນແມ່ນໂອກາດ ເພື່ອໃຫ້ຄະນະຈັດຕັ້ງຄັດເລືອກເອົາບັນດານັກກິລາດີເດັ່ນໃຫ້ທີມຊາດປິ່ງປ່ອງ ຫວຽດນາມ ເຂົ້າຮ່ວມງານມະຫາກໍາກິລາອາຊີ 2018 ຢູ່ ອິນໂດເນເຊຍ.

 

ແປໂດຍ: ເກື່ອງດັ້ງ