ວັນທີ 28 ມັງກອນ, ຢູ່ແຂວງ ບ່າເຣ້ຍ- ຫວູ້ງເຕົ່າ, ສະຫະພັນເຕັນນິດຫວຽດນາມ ສົມທົບກັບພະແນກວັດທະນະທໍາ-ກິລາແຂວງ ບ່າເຣ້ຍ-ຫວູ້ງເຕົ່າ, ບໍລິສັດຫຸ້ນສ່ວນກິລາຫວູ້ງເຕົ່າ ຈັດຕັ້ງງານແຂ່ງຂັນເຕັນນິດຊີງແຊ໋ມຍິງ-ຊາຍທົ່ວປະເທດຄັ້ງທີ I ປີ 2018 (VTF Pro Tour). ງານແຂ່ງຂັນຈະໄດ້ດໍາເນີນຮອດວັນທີ 2 ກຸມພາ.

leftcenterrightdel
ການແຂ່ງຂັນເຕັນນິດຊີງແຊ໋ມຍິງ-ຊາຍທົ່ວປະເທດຄັ້ງທີ I ປີ 2018 (VTF Pro Tour). ພາບ: vtf.org.vn

ນີ້ແມ່ນຄັ້ງທໍາອິດທີ່ VTF Pro Tour ໄດ້ຈັດຕັ້ງ. ງານແຂ່ງຂັນເຕົ້າໂຮມນັກເຕັນນິດແຖວໜ້າຂອງຫວຽດນາມ ກວ່າ 100 ຄົນທີ່ມາຈາກ 12 ຄະນະໃນທົ່ວປະເທດ, ຄື: ລິຮວ່າງນາມ, ຈີ້ງລີງຢາງ (ທີມ Becamex ບິ່ງເຢືອງ), ຮວ່າງແທ່ງຈູງ, (ຄະນະຕໍາຫຼວດປະຊາຊົນ), ເລຄັກຕຸ່ງເລີມ (ຄະນະດ່ານັ້ງ)... ບັນດານັກກິລາຈະເຂົ້າຮ່ວມການແຂ່ງຂັນຢູ່ 4 ລາຍການ: ການແຂ່ງຂັນດ່ຽວຊາຍ, ດ່ຽວຍິງ, ຄູ່ຊາຍ, ຄູ່ຍິງ.

ທ່ານ ດວ່ານກວກເກື່ອງ, ເລຂາທິການໃຫຍ່ສະຫະພັນເຕັນນິດຫວຽດນາມ ໃຫ້ຮູ້ວ່າ: ງານແຂ່ງຂັນ VTF Pro Tour ໄດ້ຮັບການຈັດຕັ້ງເພື່ອແນໃສ່ກວດກາ, ຕີລາຄາວຽກງານບໍາລຸງສ້າງ, ຝຶກແອບ ແລະຈັດອັນດັບຂອງບັນດານັກກິລາເຕັນນິດທ້ອງຖິ່ນ, ຂະແໜງການຕ່າງໆ. ຜ່ານນັ້ນຄົ້ນເຫັນບັນດານັກເຕັນນິດທີ່ມີຄວາມເກັ່ງກ້າສາມາດເພື່ອມີທິດຄັດເລືອກ, ສຸມໃສ່ບໍາລຸງສ້າງ ເພື່ອເພີ່ມເຕີມເຂົ້າທີມຊາດເຕັນນິດເຂົ້າຮ່ວມບັນດາການແຂ່ງຂັນໃນພາກພື້ນ ແລະໃນໂລກ.

ແປໂດຍ: ຫງວຽນກຸກ