ຫວຽດນາມ ເສຍໃຫ້ U.23 Uzbekistan 1-2, ພຽງແຕ່ຍາດໄດ້ອັນດັບທີ 2 ຂອງທະວີບ. ແຟນບານພາກັນນ້ຳຕາໄຫຼ, ແຕ່ຫຼັງຈາກນັ້ນກໍ່ພາກັນຮ້ອງຂຶ້ນວ່າ “ຫວຽດນາມ ແຊ໋ມປ້ຽນ” ໃນທັນທີ!”. ຍ້ອນວ່າ, ບັນດານັກເຕະບານຂອງພວກເຮົາໄດ້ເຮັດໃຫ້ເພື່ອນມິດໃນໂລກນິຍົມນັບຖືຈິດໃຈບໍ່ຍອມຈຳນົນຂອງປະເທດຊາດຫວຽດນາມ. 3 ນັດຕໍ່ເນື່ອງທີ່ທີມຊາດ U.23 ຫວຽດນາມ ແຂ່ງຂັນໃນເວລາ 120 ນາທີ ແລະໃນນັດຊີງຊະນະເລີດຕ້ອງແຂ່ງຂັນໃນເງື່ອນໄຂທີ່ດິນຟ້າອາກາດຮ້າຍແຮງທີ່ສຸດ, ນັກເຕະບານໜຸ່ມຂອງພວກເຮົາຫຼາຍຄົນຍັງບໍ່ເຄີຍຜ່ານການແຂ່ງຂັນທີ່ເຕັມໄປດ້ວຍສິ່ງທ້າທາຍກ່ຽວກັບເຈດຈໍານົງຂອງມະນຸດຄືແບບນັ້ນເທື່ອ.

leftcenterrightdel
ເຖິງວ່າຝົນຝອຍກໍ່ຕາມ ແຕ່ກໍ່ບໍ່ສາມາດກີດກັ້ນບັນດາກອງເຊຍທີ່ມາສະໜາມກິລາ ມິດິ່ງ ເພື່ອຊ່ວຍເຊຍໃຫ້ທີມຊາດ U.23 ຫວຽດນາມ ຜ່ານທາງໂທລະພາບຈໍໃຫຍ່. ພາບ: ຫງອກຈູງ-ຫວຽດເກື່ອງ-ຕ໋ວນເຊີນ

ໃນຊຸມນາທີທໍາອິດ, ດິນຟ້າອາກາດຮ້າຍແຮງເຮັດໃຫ້ການຫຼິ້ນທາງເຕັກນິກ, ການສົມທົບກັນຂອງທັງສອງທີມລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ. U.23 Uzbekistan ມີທ່າແຮງກວ່າ ເພາະວ່າໄດ້ລື້ງເຄີຍແຂ່ງຂັນໃນເງື່ອນໄຂດິນຟ້າອາກາດຄືດັ່ງກ່າວ. ໃນນາທີທີ 8, ນັກເຕະບານ Ashurmatov ໄດ້ເປີດຄະແນນທໍາອິດໃຫ້ U.23 Uzbekistan.

ເຖິງວ່າ, ຖືກນໍາຄະແນນໄປກ່ອນກໍ່ຕາມ, ແຕ່ທີມຊາດ U.23 ຫວຽດນາມ ກໍ່ບໍ່ຫວັ່ນໄຫວ, ບໍ່ຮີບຮ້ອນ, ບໍ່ຍອມທໍ້ຖອຍ. ບັນດານັກເຕະບານສວມເສື້ອສີແດງຍິ່ງເພີ່ມຜັນຂະຫຍາຍການບຸກໂຈມຕີ. ດ້ວຍຄວາມດຸເດືອດຂອງບັນດານັກເຕະບານຂອງຄູຝຶກ Park Hang Seo ເຮັດໃຫ້ນັກເຕະບານຂອງທີມ U.23 Uzbekistan ເກີດຄວາມດີ້ນລົນ, ກະວົນກະວາຍ, ເຕະຜິດກະຕິກາ, ຊ້ຳບໍ່ໜຳໄດ້ບັດເຫຼືອງ.

leftcenterrightdel
ແຕ່ລະຄົນເລືອກໃຫ້ຕົນເອງດ້ວຍວິທີທີ່ຕ່າງກັນ ເພື່ອສະແດງຄວາມຮັກແພງຕໍ່ທີມຊາດຫວຽດນາມ. ພາບ: ຫງອກຈູງ-ຫວຽດເກື່ອງ-ຕ໋ວນເຊີນ
leftcenterrightdel
ແຟນບານຢູ່ສະໜາມກິລາ ມິດິ່ງ ສະໜັບສະໜູນທີມຊາດ U.23 ຫວຽດນາມ ຢ່າງສຸດຈິດສຸດໃຈ. ພາບ: ຫງອກຈູງ-ຫວຽດເກື່ອງ-ຕ໋ວນເຊີນ

ໃນຊຸມນາທີສຸດທ້າຍຂອງຕັງທີໜຶ່ງດ້ວຍຄວາມມານະພະຍາຍາມບຸກໂຈມຕີຂອງທີມຊາດ U.23 ຫວຽດນາມ. ເວລານາທີທີ່ກອງເຊຍຫວຽດນາມ ນັບຫຼາຍລ້ານຄົນໄດ້ເບີກບານມ່ວນຊື່ນແມ່ນນາທີທີ 42 ໂດຍນັກເຕະບານ ກວາງຫາຍ ຍິງເຂົ້າປະຕູຄູ່ແຂ່ງ. ໃນຕັງທີ່ສອງ, ທີມ U.23 Uzbekistan ໄດ້ປ່ຽນເສື້ອຈາກສີຂາວເປັນສີຟ້າ ແລະເລີ່ມຕົ້ນຜັນຂະຫຍາຍການບຸກໂຈມຕີ. ແຕ່ບັນດານັກເຕະບານສວມເສື້ອສີແດງຂອງພວກເຮົາໄດ້ແຂ່ງຂັນຢ່າງແຂງແກ່ນ, ກີດກັ້ນ, ທຳລາຍບັນດາບັ້ນບຸກໂຈມຕີຂອງຄູ່ແຂ່ງແລ້ວຈັດຕັ້ງການບຸກໂຈມຕີຄືນ.

leftcenterrightdel
ການຍິງລູກໂທດທີ່ງາມທີ່ສຸດຂອງນັກເຕະບານ ກວາງຫາຍ ໄດ້ນໍາມາໃຫ້ທີມຊາດ U.23  ຫວຽດນາມ ຄະແນນສະເໝີກັນ 1-1. ພາບ: Zing

leftcenterrightdel
ຄະແນນຂອງນັກເຕະບານ ກວາງຫາຍ ເຮັດໃຫ້ບັນດາກອງເຊຍຫວຽດນາມ ດີໃຈທີ່ສຸດ. ພາບ: Zing
leftcenterrightdel
ມູມໜຶ່ງຂອງທຸງຊາດຫວຽດນາມ ທີ່ອັດສະຈັນສະໜາມກິລາ ມິດິ່ງ. ພາບ: ຫງອກຈູງ-ຫວຽດເກື່ອງ-ຕ໋ວນເຊີນ
leftcenterrightdel
ຈຸດເວລາທີ່ບັນດາກອງເຊຍດີໃຈດ້ວຍລູກຍິງປະຕູຂອງນັກເຕະບານ ກວາງຫາຍໃນນາທີທີ 42. ພາບ: ຫງອກຈູງ-ຫວຽດເກື່ອງ-ຕ໋ວນເຊີນ
leftcenterrightdel
ອັດສະຈັນຢູ່ສະໜາມກິລາ ຮ່າງໄດ໊ ດີໃຈດ້ວຍລູກຍິງປະຕູຂອງນັກເຕະບານ ກວາງຫາຍ. ພາບ: ຫງອກຈູງ-ຫວຽດເກື່ອງ-ຕ໋ວນເຊີນ

ຕັງທີສອງສິ້ນສຸດລົງ ເຊິ່ງບໍ່ມີທີມ U.23 ໃດຍິງເຂົ້າປະຕູໄດ້ຕື່ມອີກ, ຈຶ່ງໄດ້ນໍາທີມຊາດ U.23 ຫວຽດນາມ ກ້າວເຂົ້າສູ່ນັດຕໍ່ເວລາພິເສດ  30 ນາທີຕໍ່ເນື່ອງ.

ໃນເວລາ 30 ນາທີໃນການແຂ່ງຂັນນັດຕໍ່ເວລາພິເສດ, ເມື່ອໃຜໆກໍ່ຈະຄິດວ່າການແຂ່ງຂັນຈະຕ້ອງກ້າວສູ່ການເຕະຈຸດໂທດ penalty, ແຕ່ວ່າໃນນາທີສຸດທ້າຍພຽງແຕ່ 20-30 ວິນາທີຕື່ມອີກສຽງໝາກຫວີດຂອງກຳມະການຈະດັງຂຶ້ນສິ້ນສຸດການແຂ່ງຂັນ 120 ນາທີນັ້ນ, ທີມ U.23 Uzbekistan ໄດ້ຍິງເຂົ້າປະຕູຄູ່ແຂ່ງໂດຍນັກເຕະບານສຳຮອງທີ່ຫາກໍ່ລົງເດີ່ນ.

leftcenterrightdel
 
leftcenterrightdel
ກອງເຊຍຢູ່ສະໜາມກິລາ ຮ່າງໄດ໊ ມີຄວາມຕື່ນເຕັ້ນຕິດຕາມການຜັນແປຂອງການແຂ່ງຂັນຜ່ານຈໍໂທລະພາບ. ພາບ: ຫງອກຈູງ-ຫວຽດເກື່ອງ-ຕ໋ວນເຊີນ

ດ້ວຍຄະແນນ 1-2 , ພຽງແຕ່ຍາດໄດ້ອັນດັບທີ 2 ເທົ່ານັ້ນ, ແຕ່ທີມຊາດຂອງຫວຽດນາມພວກເຮົາ, ດ້ວຍບັນດານັກເຕະບານສວມເສື້ອສີແດງຄື: ຫງວຽນກວາງຫາຍ, ບຸ່ຍຕ໋ຽນຢຸງ, ຫວູ້ວັນແທງ.. ສົມເປັນນໍ້າເບີ 1 ໃນດວງໃຈຂອງແຟນບານ, ສົມເປັນທີມບານເຕະທີ່ປະທັບໃຈທີ່ສຸດຢູ່ຮອບຊີງຊະນະເລີດການແຂ່ງຂັນບານເຕະ U.23 ອາຊີ ປີ 2018. ອີກເທື່ອໜຶ່ງຂໍຂອບອົກຂອບໃຈບັນດານັກເຕະບານທີມຊາດ U.23 ຫວຽດນາມ! ຂໍຂອບອົກຂອບໃຈຄູຝຶກ Park Hang-seo!

 

ແປໂດຍ: ຫງວຽນກຸກ