ດ້ວຍໄຊຊະນະນີ້, ທີມ U.23 ຫວຽດນາມ ໄດ້ສ້າງຄວາມຕົກຊະເງີ້ຕໍ່ວົງການນັກວິຊາການ ແລະແຟນບານທັງພາຍໃນ ແລະຕ່າງປະເທດອີກເທື່ອໜຶ່ງ. ໄຊຊະນະທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈນີ້ໄດ້ຊ່ວຍ U.23 ຫວຽດນາມ ລອດເຂົ້າ 4 ທີມດີເດັ່ນທີ່ສຸດຂອງການແຂ່ງຂັນນີ້.

ຕໍ່ໄປນີ້ແມ່ນບາງຮູບພາບຊາວນະຄອນ ຮ່າໂນ້ຍ, ດ່ານັ້ງ, ນະຄອນ ໂຮ່ຈິມິນ, ເກິ່ນເທີ ແລະເງ້ອານ... ລົງຖະໜົນຊົມເຊີຍທີມ U.23 ຫວຽດນາມ ໄດ້ລອດເຂົ້າຮອບຮອງຊະນະເລີດ U.23 ອາຊີ 2018.

leftcenterrightdel
 
leftcenterrightdel
 
leftcenterrightdel
ພາຍຫຼັງໄຊຊະນະຂອງທີມ U.23 ຫວຽດນາມ, ປະຊາຊົນນັບພັນຄົນໄດ້ລົງຖະໜົນຊົມເຊີຍໄຊຊະນະ. ຢູ່ລຽບຕາມຖະໜົນສາຍຕ່າງໆທີ່ພາໄປສູ່ໃຈກາງນະຄອນ ຮ່າໂນ້ຍ, ເຕັມໄປດ້ວຍທຸງແດງດາວເຫຼືອງ ແລະສຽງຮ້ອງໂຮດັງກ້ອງກັງວານ. ພາບ: ຈ້ອງດ້າຍ
leftcenterrightdel
ຫວຽດນາມ! ຫວຽດນາມ!” ສຽງຮ້ອງໂຮ, ລະດົມກຳລັງໃຈຂອງປະຊາຊົນນັບພັນຄົນ, ພ້ອມກັບສຽງກົນຈັກດັງກ້ອງກັງວານໄດ້ສ້າງບັນຍາກາດອຶກກະທຶກຄຶກຄົມໃນທ້ອງຖະໜົນ. ພາບ: ຈ້ອງດ້າຍ
leftcenterrightdel
ນີ້ແມ່ນເປັນຄັ້ງທຳອິດທີ່ທີມ U.23 ຫວຽດນາມ ລອດເຂົ້າຮອບຮອງຊະນະເລີດໃນການແຂ່ງຂັນບານເຕະ U.23 ອາຊີ, ສ້າງເປັນສິ່ງມະຫັດສະຈັນໃຫ້ແກ່ບານເຕະຫວຽດນາມ. ພາບ: ຈ້ອງດ້າຍ
leftcenterrightdel
 
leftcenterrightdel
 
leftcenterrightdel
ມຸ່ງໄປສູ່ໃຈກາງນະຄອນ ໂຮ່ຈິມິນ... ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
 
leftcenterrightdel
ປະຊາຊົນນະຄອນ ເກິ່ນເທີ ລົງຖະໜົນຊົມເຊີຍໄຊຊະນະຂອງທີມ U.23 ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
 
leftcenterrightdel
 
leftcenterrightdel
ປະຊາຊົນນະຄອນ ດ່ານັ້ງ ພ້ອມກັບທຸງຊາດເດີນຂະບວນຢູ່ຕາມຖະໜົນສາຍຕ່າງໆເພື່ອຊົມເຊີຍຊະນະຂອງທີມ U.23 ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
 
leftcenterrightdel
ຜູ້ນິຍົມ ເງ້ອານ ປິຕິຊົມຊື່ນລົງຖະໜົນອວຍພອນໄຊຊະນະຂອງທີມ U.23 ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

 

ແປໂດຍ: ເຈິ່ນຮວ່ຽນ